ປິດຝຶກອົບຮົມວຽກງານວິຊາສະເພາະກອງຮ້ອຍປ້ອງກັນທີ່ຕັ້ງ ປກສ ແຂວງບໍລິຄໍາໄຊ ຄັ້ງທີ່ I

ລະຫວ່າງວັນທີ 22-24 ສິງຫາ 2022 ກອງພັນປ້ອງກັນເຄື່ອນທີ່ໄດ້ຈັດພິທີ ປິດຝຶກອົບຮົມວຽກງານວິຊາສະເພາະກອງຮ້ອຍປ້ອງກັນທີ່ຕັ້ງ ປກສ ແຂວງບໍລິຄໍາໄຊ ຄັ້ງທີ່ I ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັທ ເຄນວອນ ລໍວັນໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີທ່ານ ພັທ ໄຂ່ຄໍາ ປັນຍານຸວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່, ມີນາຍ ແລະ ພົນຕຳຫຼວດພາຍໃນກອງພັນປ້ອງກັນເຄື່ອນທີ່ ເຂົ້າຮ່ວມ.

ໃນພິທີ ທ່ານ ພັຕ ສຸກທະວີ ສີສົມບູນ ຮອງກອງພັນປ້ອງກັນເຄື່ອນທີ່ ໄດ້ຂຶ້ນຜ່ານບົດສະຫຼຸບພິທີປິດຝຶກອົບຮົມວຽກງານວິຊາສະເພາະຂອງປ້ອງກັນທີ່ຕັ້ງໃຫ້ນາຍ ແລະ ພົນຕໍາຫຼວດຂອງກອງພັນປ້ອງກັນເຄື່ອນທີ່ ເພຶ່ອເປັນການຜັນຂະຫຍາຍແຜນງານໂຄງການຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 33/ ປກສ ລົງວັນທີ 9 ມັງກອນ 2018 ວ່າດ້ວຍການປັບປຸງກໍາລັງປ້ອງກັນຄວາມສະຫງົບໃຫ້ມີຄວາມປອດໄພໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທີ່ທັນສະໄຫມ ປະຕິບັດຕາມທິດທາງແຜນການຂອງກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຄັ້ງທີ 6 ສະໄໝທີ 3 , ການຝືກອົບຮົມໃນຄັ້ງນີ້ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ ນໍາພາແນວຄິດໃຫ້ແກ່ນາຍ ແລະ ພົນຕໍາຫຼວດທີ່ມາຝຶກອົບຮົມວິຊາສະເພາະ, ພ້ອມທັງບົດຮຽນທີ່ໄດ້ນໍາມາຝຶກອົບຮົມໃນຄັ້ງນີ້ລວມມີທັງໝົດ 8 ບົດຄື: ບາງຄວາມຮູ້ທົ່ວໄປກ່ຽວກັບການປ້ອງກັນທີ່ຕັ້ງ, ໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ, ໜ້າທີ່ຂອງຕໍາຫຼວດກວດກາລາດຕະເວນ, ການປ້ອງກັນສະກັດກັ້ນ ແລະ ແກ້ໄຂສະພາບສຸກເສີນທີ່ເກີດຂຶ້ນຢູ່ບັນດາຈຸດປ້ອງກັນ, ຄວາມຮູ້ຟື້ນຖານຂອງວຽກງານສືບສວນ-ສອບສວນ, ຂໍ້ກໍານົດຂອງກອງບັນຊາການປ້ອງກັນທີ່ຕັ້ງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກອງຮ້ອຍ, ຫຼັກການວຽກງານປ້ອງກັນເຄື່ອງວັດຖຸມີຄ່າ ແລະ ວິທີການແກ້ໄຂສະພາບການເບື້ອງຕົ້ນ, ວ່າດ້ວຍສັນຍາການປ້ອງກັນກັບພາກທຸລະກິດ.

About admins14