ໄຊຈຳພອນ ສຳເລັດກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ 3

ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກເມືອງໄຊຈຳພອນ ແຂວງບໍລິຄຳໄຊ ຄັ້ງທີ 3 ສະໄໝທີ 3 ໄດ້ດໍາເນີນໃນລະຫວ່າງວັນທີ 8-9 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມຂອງຕົນ ພາຍໃຕ້ການເປັນປະທານຂອງ ສະຫາຍ ໂກ່ ໄຊສົມບັດ ເລຂາພັກເມືອງ ເຈົ້າເມືອງໄຊຈຳພອນ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ປະທານແນວລາວສ້ງຊາດແຂວງ, ມີຄະນະບໍລິຫານງານພັກເມືອງ, ສະມະຊິກສະພາປະຊາຊົນແຂວງປະຈຳເມືອງ ແລະ ເລຂາພັກບ້ານ ເຂົ້າຮ່ວມ.

ກອງປະຊຸມ ໄດ້ສະຫຼຸບຕີລາຄາຄືນ ຜົນຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 9 ເດືອນ ແລະ ຜ່ານຮ່າງທິດທາງແຜນການ 3 ເດືອນໃນຕໍ່ໜ້າ ເຊິ່ງຍົກໃຫ້ເຫັນຜົນສຳເລັດວຽກງານທີ່ພົ້ນເດັ່ນຫຼາຍດ້ານ, ຂໍ້ຄົງຄ້າງ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ ບາງບົດຮຽນ ທີ່ຖອດຖອນໄດ້, ສາມາດເກັບງົບປະມານໄດ້ 727,920,000 ກີບ ທຽບໃສ່ແຜນປີປະຕິບັດໄດ້ 44,43%, ຊຸກຍູ້ປະຊາຊົນທຳການຜະລິດຫຼາຍກາຍເປັນສີນຄ້າ ເຊັ່ນ: ການສົ່ງເສີມປະຊາຊົນປູກກ້ວຍ 10 ຄອບຄົວ ໃນເນື້ອທີ່ 2,5 ຮຕ 3,150 ຂຸມ ແລະ ປຸກສ້າງເຮືອນຫົ່ມເພື່ອປູກພືດຜັກ ໄດ້ 5 ຫຼັງ, ເນື້ອທີ່ປູກເຂົ້ານາປີທັງໝົດ 980 ຮຕ, ໄດ້ຮັບຜົນເສຍຫາຍ 226 ຮຕ, ເກັບກ່ຽວຜົນຜະລິດໄດ້ 50%, ເນື້ອທີ່ປູກເຂົ້າໄຮ່ທັງໝົດ 363 ຮຕ, ເສຍຫາຍ 251 ຮຕ, ເກັບກ່ຽວໄດ້ 30%, ລົງຕິດຕາມກວດກາລາຄາສິນຄ້າເປັນປົກກະຕິ, ເຝົ້າລະວັງປ້ອງກັນພະຍາດຕາມລະດູການ ຕີດພັນກັບການແຜ່ລະບາດພະຍາດໄຂ້ເລືອດອອກ.

ວຽກງານທີ່ຜົນເດັ່ນຂອງເມືອງ ແມ່ນຍັງຮັກສາໄດ້ຄວາມສະຫງົບ ເປັນລະບຽບຮຽບຮ້ອຍໃນສັງຄົມດີຂື້ນເປັນກ້າວໆ. ກອງປະຊຸມຄັ້ງນີ້ຍັງເຜີຍແຜ່, ເຊື່ອມຊຶມ ເອກະສານທີ່ສຳຄັນຈຳນວນໜຶ່ງ, ພ້ອມນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄຳເຫັນໃສ່ຮ່າງບົດລາຍງານການເມືອງ ແລະ ທິດທາງແຜນການໃນຕໍ່ໜ້າ ຢ່າງກົງໄປກົງມາ ທີ່ຈະເປັນບ່ອນອິງເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນສະເພາະໜ້າ ແລະ ຍັງໄດ້ຮັບຮອງເອົາບົດສະຫຼຸບການນຳພາ-ຊີ້ນຳລວມ ຂອງຄະນະບໍລິຫານງານພັກເມືອງໃນ 9 ເດືອນ ແລະ ຮັບຮອງທິດທາງແຜນການ 3 ເດືອນທ້າຍປີ 2020 ຕື່ມອີກ.

ໃນຕອນທ້າຍ ສະຫາຍ ວັນວິໄລ ແດນພູຫຼວງ ໄດ້ຕີລາຄາສູງຜົນງານທີ່ຄະນະບໍລິຫານງານພັກເມືອງ ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມນັ້ນ ທ່ານຍັງໄດ້ເນັ້ນໃຫ້ຄະນະບໍລິຫານພັກເມືອງ ຈົ່ງໄດ້ສຸມໃສ່ສືບຕໍ່ຜັນຂະຫຍາຍ ບັນດາມະຕິຂອງກອງປະຊຸມໃນຄັ້ງນີ້ເຂົ້າສູ່ລວງເລິກ, ໃນນັ້ນ ຕ້ອງຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃນຖັນແຖວສະມາຊິກພັກ-ພະນັກງານ, ປະຊາຊົນບັນດາເຜົ່າ ໃຫ້ເລິກເຊີ່ງຫຼາຍກວ່າເກົ່າ, ແກ້ໄຂປະກົດການຫຍໍ້ທໍ້ ທີ່ເກີດຂື້ນໃນສັງຄົມ ເປັນຕົ້ນແມ່ນບັນຫາຢາເສບຕິດ, ການຕັ້ງສະນຳທີ່ຕິດພັນກັບການແກ້ໄຂບັນຫາ 4 ເຖື່ອນ, ຈັດຕັ້ງຜັນຂະຫຍາຍ 9 ຫົວຂໍ້ສຳມະນາວິທະຍາສາດຂອງແຂວງ ລົງສູ່ຮາກຖານທ້ອງຖິ່ນຂອງຕົນ. ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງເປັນປົກກະຕິ, ສືບຕໍ່ຈັດເກັບລາຍຮັບ-ຄູ້ມຄອງລາຍຈ່າຍ ຕາມລະບຽບການ, ຊຸກຍູ້ສົ່ງເສີມການລົງທຶນ ຂອງຜູ້ປະກອບການທຸລະກິດທັງພາຍໃນ ແລະ ຕ່າງປະເທດຕາມກົນໄກເສດຖະກິດ ຕິດພັນກັບການສົ່ງເສີມການປູກການລ້ຽງ ຂອງປະຊາຊົນໃຫ້ຫຼາຍກາຍເປັນສິນຄ້າ ໂດຍອິງໃສ່ຈຸດພິເສດ ແລະ ທ່າແຮງຂອງເມືອງ, ປັບປຸງກົງຈັກການຈັດຕັ້ງ, ການກຳນົດຕຳແໜ່ງງານໃຫ້ລະອຽດ, ຊັດເຈນ ແທດເໜາະກັບວິຊາສະເພາະ, ເພີ່ມທະວີຄວາມສາມັກປອງດອງພາຍໃນພັກ ໃຫ້ໜັກແໜ້ນ, ປະຕິບັດສິດ, ພາລະບົດບາດ ໜ້າທີ່ ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດ.

About admins14