ຊາວໜຸ່ມແຂວງບໍລິຄຳໄຊ ໄດ້ຮັບນາມມະຍົດຊາວໜຸ່ມ 4 ບຸກ ເປັນ 2 ສະໄໝຊ້ອນ

ພິທີປະກາດແຂວງບໍລິຄຳໄຊ ເປັນແຂວງຄະນະຊາວໜຸ່ມ ປະຊາຊົນປະຕິບັດລາວ 4 ບຸກ ຮອບ II ປະຈຳປີ 2019 ໄດ້ຈັດຂື້ນໃນວັນ 19 ພະຈິກ 2019 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ສະຫາຍ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງ ຊປປລ, ທ່ານ ທອງມະນີ ໂຄດປັນຍາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີຄະນະບໍລິຫານງານຊາວໝຸ່ມແຂວງ, ເມືອງ, ຄະນະຮາກຖານຊາວໜຸ່ມອ້ອມຂ້າງແຂວງ ເຂົ້າຮ່ວມ.

ສະຫາຍ ທອງມະນີ ໂຄດປັນຍາ ໄດ້ລາຍງານວ່າ: ທົ່ວແຂວງມີຈໍຳນວນຊາວໜຸ່ມໃນເກນອາຍຸທັງໝົດ 75,944 ສະຫາຍ, ຍິງ 36,837 ສະຫາຍ, ເປັນສະມາຊິກຊາວໜຸ່ມ 26,737 ສະຫາຍ, ຍິງ 13,798 ສະຫາຍ, ມີເຍົາວະຊົນໃນເກນອາຍຸ 9-14 ປີທັງໝົດ 31,038 ນ້ອງ, ຍິງ 16,226 ນ້ອງ, ເປັນສະມາຊິກເຍົາວະຊົນທັນວາ 21,833 ນ້ອງ, ໄວອະນຸຊົນເກນອາຍຸທັງໝົດ 12,659 ຫຼານ, ຍິງ 6,142 ຫຼານ, ເປັນສະມາຊິກອະນຸຊົນ 11,330, ຍິງ 5,269 ຫຼານ, ປະກອບມີຄະນະຊາວໜຸ່ມ 7 ເມືອງ, 1 ພະແນກ 28 ຮາກຖານ ແລະ 19 ໜ່ວຍຮາກຖານອ້ອມຂ້າງແຂວງ, ຜົນການເຄື່ອນໄຫວຈັດຕັ້ງປະຕິບັດ 4 ເນື້ອໃນຂໍ້ແຂ່ງຂັນ 4 ບຸກ ສາມາດປະຕິບັດໄດ້ ດັ່ງນີ້: ບຸກດ້ານການເມືອງ-ແນວຄິດໄດ້ 92,51%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮ່ຳຮຽນໄດ້ 92,38%, ບຸກດ້ານການຈັດຕັ້ງໄດ້ 95,12%, ບຸກດ້ານສົ່ງເສີມວິຊາຊີບ-ສ້າງວຽກເຮັດງານທຳໄດ້ 93,63%.

ດ້ວຍຜົນສຳເລັດຂອງຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ທີ່ໄດ້ສຸມໃສ່ທຸກກຳລັງແຮງ, ສະຕິປັນຍາ ເຂົ້າສູ່ວຽກງານຮອບດ້ານ ຈື່ງເຮັດໃຫ້ຊາວໜຸ່ມທົ່ວແຂວງບໍລິຄຳໄຊ ໄດ້ຮັບຮັບຜົນສຳເລັດໃນທຸກດ້ານ ຖ້າທຽບໃສ່ມາດຖານເງື່ອນໄຂຂອງຊາວໜຸ່ມ 4 ບຸກ ແມ່ນໄດ້ຕາມມາດຖານ, ດັ່ງນັ້ນ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈື່ງໄດ້ມອບໃບຢັ້ງຢືນຊາວໜຸ່ມ 4 ບຸກ ໃຫ້ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ເປັນ 2 ສະໄໝຊ້ອນຢ່າງສົມກຽດ.

About admins16