ເຈົ້າແຂວງບໍລິຄຳໄຊ ເຄື່ອນໄຫວຊີ້ນຳເມືອງຄຳເກີດ

ໃນວັນທີ 19 ພະຈິກ 2020 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານຢູ່ເມືອງຄຳເກີດ ໃນນັ້ນ ໄດ້ລົງກວດກາຄວາມເສຍຫາຍຜົນກະທົບຈາກໄພພິບັດນໍ້າຖ້ວມໃນໄລຍະຜ່ານມາ ໂດຍການນຳພາທາງຂອງທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ ໂດຍໄດ້ລົງກວດກາຈຸດຕາຝັ່ງເຈື່ອນ ຂົວນໍ້າຕວງ ດ່ານສາກົນນໍ້າພາວ ຊາຍແດນລາວ-ຫວຽດນາມ ເຊີ່ງມີຫຼາຍຈຸດໄດ້ຮັບຜົນກະທົບເສຍຫາຍ ທີ່ອາດຈະສົ່ງຜົນສະທ້ອນຕໍ່ການຄົມມະນາຄົມໃນຕໍ່ໜ້າ.

ຈາກນັ້ນ ໄດ້ລົງເບີ່ງການຜະລິດເສື່ອນອນ ຂອງກຸ່ມບໍລິສັດຫົງລິນລາວ ຈຳກັດ ເຊິ່ງແມ່ນການລົງທຶນຂອງຕ່າງປະເທດໂດຍກົງ ໂດຍນຳໃຊ້ກົນຈັກທີ່ທັນສະໄໝ ເຂົ້າໃນຂະບວນການຜະລິດ, ວັດຖຸດິບສ່ວນໃຫຍ່ແມ່ນນຳເຂົ້າຈາກຕ່າງປະເທດ ສຳລັບແຮງງານແມ່ນນຳໃຊ້ຄົນພາຍໃນທ້ອງຖິ່ນ ທີ່ໄດ້ຜ່ານການອົບຮົມວິຊາຊີບດ້ານສີມືແຮງງານ, ປະຈຸບັນຂະບວນການຜະລິດ ແມ່ນຢູ່ໃນຂັ້ນຕອນເລີ່ມຕົ້ນສານໂຄງຮ່າງປະກອບພາຍໃນ. ສຳລັບຂະໜາດ ແລະ ຮູບປະພັນຂອງຜະລິດຕະພັນແມ່ນຜະລິດຕາມການສັ່ງຈອງຂອງລູກຄ້າ, ສິນຄ້າສ່ວນໃຫຍ່ແມ່ນຈະໄດ້ສົ່ງອອກຂາຍຢູ່ຕ່າງປະເທດ ຄາດວ່າຈະໄດ້ນຳສິນຄ້າສົ່ງອອກໃນຕົ້ນປີ 2021.

ເວລາຕໍ່ມາ ທ່ານເຈົ້າແຂວງພ້ອມຄະນະ ຍັງໄດ້ລົງຊຸກຍູ້ຢ້ຽມຢາມກຸ່ມປູກຜັກເຮືອນຮົ່ມຂອງປະຊາຊົນບ້ານນາຫາດ ເຊິ່ງເປັນຂະບວນໃຫຍ່ ສາມາດສ້າງລາຍຮັບໃຫ້ປະຊາຊົນພາຍໃນບ້ານເປັັນຈຳນວນຫຼວງຫຼາຍ, ໃນເບື້ອງຕົ້ນ ເປັນການປູກເພື່ອບໍລິໂພກໃນຄອບຄົວ ຫຼັງຈາກໄດ້ຮັບການຊຸກຍູ້, ຕິດຕາມຂອງພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ເລີ່ມປູກໃຫ້ຫຼາຍກາຍເປັນສິນຄ້າ, ມາຮອດປະຈຸບັນ ສາມາດຕອບສະໜອງສິນຄ້າພຽງພໍຕາມທ້ອງຕະຫຼາດພາຍໃນເມືອງ ແລະ ຍັງໄດ້ສົ່ງອອກຂາຍຕ່າງເມືອງຕື່ມອີກ.

ມາຮອດປະຈຸບັນມີ 44 ຄອບຄົວ ແຕ່ລະຄອບຄົວ ສະເລ່ຍລາຍຮັບບໍ່ຫຼຸດ 3 ລ້ານກີບຕໍ່ຄອບຄົວຕໍ່ເດືອນ.

About admins14