ເມືອງຄຳເກີດ ຈັດພິທີວັນສັກຢາກັນພະຍາດສັດແຫ່ງຊາດ

ວັນທີ 17 ພະຈິກ 2020 ຢູ່ທີ່ບ້ານຜາເມືອງ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີວັນສັກຢາກັນພະຍາດສັດແຫ່ງຊາດ ວັນທີ 11 ພະຈິກ 2020 ຂື້ນ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄຳເກີດ, ທ່ານ ສົມພົງ ເພັງຫລາດສະສົມບັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳເກີດ, ມີບັນດາຫົວໜ້າຫ້ອງການ, ເລຂາພັກກຸ່ມບ້ານ, ວິຊາການສັດຕະວັດແພດຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຕະຫຼອດຮອດອຳນາດການປົກຄອງບ້ານ ພໍ່ເເມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ທ່ານຫົວໜ້າຫ້ອງການກະສິກຳ-ປ່າໄມ້ໄດ້ກ່າວວ່າ: ເພື່ອຮັບປະກັນບໍ່ໃຫ້ສັດເປັນພະຍາດແລະ ຕາຍ ເຊີ່ງເປັນການສູນເສຍຊັບສິນ ແລະ ເສຍລາຍໄດ້ໃຫ້ແກ່ຄອບຄົວ ການສັກຢາປ້ອງກັນພະຍາດໃຫ້ສັດລ້ຽງຂອງຕົນຕາມລະດູການ ກໍ່ເປັນສາຍເຫດທີ່ສຳຄັນໃນການຮັກສາຊັຍສິນ ແລະ ລາຍໄດ້ຂອງຕົນ  ເພາະວ່າການປ້ອງກັນພະຍາດສັດມັນແມ່ນໜ້າທີ່ຂອງປວງຊົນທັງຊາດ ໂດຍສະເພາະຂອງຊາວກະສິກອນຜູ້ທີ່ລ້ຽງສັດ ເຮັດໃຫ້ສັດລ້ຽງມີການຂະຫຍາຍຕົນເພີ່ມຂື້ນ ທັງເປັນການສ້າງລາຍຮັບໃຫ້ແກ່ຄອບຄົວ, ມູນສັດກໍ່ຍັງເປັນອາຫານທີ່ດີຂອງພຶດ ແລະ ຍັງເປັນເປັນມິດສິ່ງແວດລ້ອມ ເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາສັດໃຫ້ຫຼຸດໜ້ອຍລົງກ້າວໄປເຖິງເຂດປອດພະຍາດ.

About admins16