ຊາວໜຸ່ມຮາກຖານໂຮງຮຽນເຕັກນິກ-ວິຊາຊີບ ບໍລິຄໍາໄຊ ໄດ້ຮັບນາມມະຍົດ ຊາວໜຸ່ມ 4 ບຸກ

ໃນຕອນບ່າຍຂອງວັນທີ 21 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບທຸງໄຊນໍາໜ້າ ແລະ ໃບຢັ້ງຢືນຊາວໜຸ່ມ 4 ບຸກຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ຄຳພອນ ໄຊຍະວົງ ເລຂາຊາວໜຸ່ມຮາກຖານ ໂຮງຮຽນເຕັກນິກ-ວິຊາຊີບ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ, ສະຫາຍ ສົມພອນ ວັນນະລາດເລຂາໜ່ວຍພັກ ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບ, ມີແຂກຖຶກເຊີນ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນເຂົ້າຮ່ວມ.

ໃນພິທີ ສະຫາຍ ຄຳພອນ ໄຊຍະວົງ ເລຂາຊາວໜຸ່ມຮາກຖານ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈໍາປີ 2020 ພ້ອມທັງຜ່ານທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນປີ 2021 ວ່າ: ຊາວໜຸ່ມຮາກຖານ ໂຮງຮຽນເຕັກນິກ ມີສະມາຊິກຊາວໜຸ່ມທັງໜົດ 411 ສະຫາຍ, ຍິງ 192 ສະຫາຍ, ໃນນັ້ນ ມີຊາວໜຸ່ມພະນັກງານ 39 ສະຫາຍ, ຍິງ 19 ສະຫາຍ. ມີ 1 ຮາກຖານ ແລະ 5 ໜ່ວຍຂຶ້ນກັບ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະພັກ, ຄະນະອໍານວຍການໂຮງຮຽນ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງ.

 ຊາວໜຸ່ມຮາກຖານດັ່ງກ່າວ ໄດ້ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຖືກຕ້ອງຕາມເງື່ອນໄຂມາດຖານທີ່ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວວາງອອກ ເຊິ່ງສະແດງອອກແຕ່ລະດ້ານ ດັ່ງນີ້: ບຸກດ້ານການເມືອງ-ແນວຄິດ ຕີລາຄາໄດ້ 90 %, ບຸກດ້ານການຈັດຕັ້ງ ຕີລາຄາໄດ້ 90%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນຕີລາຄາໄດ້ 90%, ບຸກດ້ານວິຊາຊີບສ້າງວຽກເຮັດງານທຳຕີລາຄາໄດ້ 90%.

ເພື່ອເປັນການຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ນັ້ນ ຄະນະບໍລິຫານງານຊາວໜຸ່ມແຂວງ ຈຶ່ງໄດ້ຕົກລົງມອບທຸງໄຊນໍາໜ້າ ແລະ ໃບຢັ້ງຢືນ 4 ບຸກ ໃຫ້ແກ່ຊາວໜຸ່ມຮາກຖານດັ່ງກ່າວ.

ໂອກາດຽວກັນນີ້ ສະຫາຍ ທອງມະນີ ໂຄດປັນຍາ ກໍໄດ້ເປັນກຽດມີຄໍາເຫັນໂອ້ລົມກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ເປັນເຈົ້າການເຕົ້າໂຮມຄວາມສາມັກຄີ ພ້ອມທັງເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ໂດຍຕິດພັນກັບໜ້າທີ່ວິຊາສະເພາະ ເປັນເສນາທິການທີ່ຫ້າວຫັນ, ເຂັ້ມແຂງໃຫ້ແກ່ຄະນະພັກ, ແລະ ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກໄວ້ໃຫ້ໝັ້ນຄົງຕະຫລອດໄປ.

About admins16