ປະທານສູນກາງແນວລາວສ້າງຊາດ ລົງເຄື່ອນໄຫວພົບປະຢ້ຽມຢາມ ຮ່ວມເຮັດວຽກ ຢູ່ແຂວງບໍລິຄໍາໄຊ

ໃນຕອນບ່າຍວັນທີ 22 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄໍາໄຊ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງມາເຄື່ອນໄຫວ ພົບປະຢ້ຽມຢາມ ຮ່ວມເຮັດວຽກຢູ່ແຂວງບໍລິຄໍາໄຊ ໃຫ້ກຽດຕ້ອນຮັບໂດຍທ່ານ ວັນວິໄລ ແດນພູຫຼວງ ຮອງເເລຂາພັກແຂວງ ພ້ອມດ້ວຍຄະນະ.

ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງບໍລິຄຳໄຊ ໄດ້ລາຍງານວ່າ ແຂວງບໍລິຄໍາໄຊ ປະກອບມີ 7 ເມືອງ, 284 ບ້ານ, 57.206 ຄອບຄົວ, ປະຊາກອນ ທັງໝົດ 320.335 ຄົນ, 18 ຊົນເຜົ່າ, ໃນນີ້ຢູ່ເຂດທົ່ງພຽງກວມເອົາ 61% ແລະ ເຂດພູດອຍກວມ 38%, ແຕ່ລະເຜົ່າ ມີວັດທະນະທໍາ – ຮີດຄອງປະເພນີ ອັນເປັນມູນເຊື້ອຂອງຕົນເອງ ແລະ ດໍາລົງຊີວິດຢູ່ຮ່ວມກັນຢ່າງສັນຕິ ສາມັກຄີຮັກແພງ ຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ ອາຊີບສ່ວນໃຫຍ່ ແມ່ນເຮັດການກະສິກໍາ ແລະ ຄ້າຂາຍຈໍານວນໜຶ່ງ.

ທົ່ວແຂວງ ມີເມືອງທີພົ້ນທຸກແລ້ວ 5 ເມືອງ, ມີບ້ານພົ້ນທຸກ 249 ບ້ານ ເທົ່າກັບ 87 ,68%, ບ້ານທຸກຍາກຍັງ 35 ບ້ານເທົ່າກັບ12 %, ມີຄອບຄົວພົ້ນທຸກແລ້ວ 52.500 ກວ່າຄອບຄົວ ກວມ 94%, ຍັງມີຄອບຄົວອານາຖາ 109 ຄອບຄົວ, ຄອບຄົວພັດທະນາແລ້ວ 47.900 ຄອບຄົວ ແລະ ບ້ານພັດທະນາແລ້ວ ຈໍານວນ 216 ບ້ານ.

ການຈັດຕັ້ງປະຕິບັດວຽກງານສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໃນ 6 ເດືອນຕົ້ນປີ 2021 ແນວລາວສ້າງຊາດແຂວງ – ເມືອງ ໄດ້ດໍາເນີນການເກັບກໍາຂໍ້ມູນຄອບຄົວ ແລະ ບ້ານສາມັກຄີປອງດອງຕາມມາດຖານ – ເງື່ອນໄຂທີ່ວາງໄວ້ ແຂວງສາມາດຮັບຮອງຄອບຄົວ ສາມັກຄີປອງດອງໄດ້ຕື່ມ 3.400 ຄອບຄົວ ທຽບໃສປີ 2020 ແມ່ນ ເພີ່ມຂຶ້ນ 6% ແລະ ບ້ານສາມັກຄີປອງດອງເພີ່ມຂຶ້ນ 10 ບ້ານ ເທົ່າກັບ 3%, ມາຮອດປະຈຸບັນ ທົ່ວແຂວງ ສາມາດເປີດເມືອງສາມັກຄີປອງດອງໄດ້ແລ້ວ 4 ເມືອງ ຄື: ເມືອງ ທ່າພະບາດ, ປາກຊັນ, ປາກກະດິງ ແລະ ເມືອງຄໍາເກີດ ຍັງ 3 ເມືອງ ທີ່ກໍາລັງຈັດຕັ້ງປະຕິບັດ ຄາດວ່າໃນທ້າຍປີ 2021 ຈະສາມາດປະກາດອີກ 1 ເມືອງ ຄືເມືອງ ບໍລິຄັນ.

ໂອກາດດັ່ງກ່າວ ປະທານສູນກາງແນວລາວສ້າງຊາດ ຍັງໄດ້ກ່າວສະແດງຄວາມຍ້ອງຍໍ – ຊົມເຊີຍ ມາຍັງຄະນະນໍາຂອງແຂວງ ກໍ່ຄື ຄະນະກໍາມະທິການແນວລາວສ້າງຊາດແຕ່ລະຂັ້ນ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຕາມຈຸດປະສົງເປົ້າໝາຍ.

ທ່າງໄດ້ເນັ້ນໜັກ ໃຫ້ເອົາໃຈໃສ່ ສືບຕໍ່ຈັດຕັ້ງປະຕິບັດ ວຽກງານໃນຕໍ່ໜ້າຢ່າງມີການຫັນປ່ຽນ ຕາມ 4 ທັກສະ ເພຶ່ອສ້າງການຫັນປ່ຽນທາງດ້ານຮູບແບບ ວິທີການ ໂດຍມີສ່ວນຮ່ວມຂອງອົງການພາຄີ ແລະ ອົງການຈັດຕັ້ງຂັ້ນຕ່າງໆ, ທັງນີ້ ກໍ່ເພຶ່ອເປັນການເຕົ້າໂຮມ ຄວາມສາມັກຄີ, ປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມການສ້າງສາ ແລະ ພັດທະນາເມືອງ ໂດຍສະເພາະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ເພື່ອສ້າງລາຍຮັບໃຫ້ຄອບຄົວ, ສ້າງອາຊີບຄົງທີ່ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າບໍ່ໃຫ້ຫຼຸດໂຕນກັນຫຼາຍ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນການສະກັດກັ້ນ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເພື່ອສ້າງໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງເມືອງ ກໍຄືແຂວງໃຫ້ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.

About admins16