ຊາວໜຸ່ມຮາກຖານຫ້ອງວ່າການແຂວງ ໄດ້ຮັບນາມມະຍົດ 4 ບຸກ

ໃນຕອນບ່າຍຂອງວັນທີ 10 ພະຈິກ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ 4 ບຸກຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳຫຼ້າ ຫຼວງແສງເພັດ ເລຂາຊາວໜຸ່ມຮາກຖານຫ້ອງວ່າການແຂວງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ, ສະຫາຍ ສາຍຄຳ ວົງຄຳທອງ ຮອງຫົວໜ້າຫ້ອງວ່າການແຂວງ, ມີຊາວໜຸ່ມແຮກສ່ຽວອ້ອມຂ້າງ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນຫ້ອງວ່າການແຂວງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປີ 2019 ແລະ ທິດທາງແຜນການປີ 2020 ເຫັນວ່າ ຊາວໜຸ່ມຮາກຖານຫ້ອງວ່າການແຂວງ ຈັດຕັ້ງປະຕິບັດຖືກຕ້ອງຕາມເງື່ອນໄຂມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ເຊິ່ງສາມາດຍາດໄດ້ຜົນງານແຕ່ລະດ້ານ ດັ່ງນີ້: ດ້ານການເມືອງແນວຄິດ ຕີລາຄາໄດ້ 96%, ດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ 94%, ດ້ານການຈັດຕັ້ງ 97% ແລະ ດ້ານວິຊາຊີບສ້າງວຽກເຮັດງານທຳ 95%.

ໂອກາດດຽວກັນ ສະຫາຍ ທອງມະນີ ໂຄດປັນຍາ ໄດ້ເປັນກຽດຂຶ້ນມອບໃບຢັ້ງຢືນ 4 ບຸກ ໃຫ້ຊາວໜຸ່ມຮາກຖານຫ້ອງວ່າການແຂວງ.

ໃນຕອນທ້າຍ ສະຫາຍເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງ ຂັນ 4 ບຸກ ໂດຍຕິດພັນກັບໜ້າທີ່ວິຊາສະເພາະ, ເປັນເສນາທິການທີ່ຫ້າວຫັນ, ເຂັ້ມແຂງໃຫ້ແກ່ຄະນະພັກ, ສຶກສາອົບຮົມການເມືອງແນວຄິດໃຫ້ຊາວໜຸ່ມ ມີນ້ຳໃຈຮັກຊາດ, ເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານດ້ວຍຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງ ພ້ອມທັງເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ແລະ ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກ ໄວ້ໃຫ້ໝັ້ນຄົງຕະຫລອດໄປ.

About admins16