ກອງປະຊຸມ ປຶກສາຫາລືແຜນປັບປຸງຊິວິດການເປັນຢູ່ ທີ່ຕິດພັນກັບໂຄງການຄຸ້ມຄອງເຂດຊົດເຊີຍຊີວະນາໆພັນ ນໍ້າຈວນ-ນໍ້າຊັ່ງ


ໃນວັນທີ 10 ພະຈິກ 2020 ກອງປະຊຸມປຶກສາຫາລື ພິຈາລະນາຮັບຮອງແຜນປັບປຸງຊີວິດການເປັນຢູ່ທີ່ຕິດພັນກັບການອະນຸລັກ 6 ບ້ານເປົ້າໝາຍ ຂອງໂຄງການຄຸ້ມຄອງເຂດຊົດເຊີຍຊິວະນາໆພັນ ນໍ້າຈວນ-ນໍ້າຊັ້ງ ໄດ້ຈັດຂຶ້ນຢູ່ຫ້ອງປະຊຸມຊັ້ນ III ສໍານັກງານປົກຄອງເມືອງວຽງທອງ ແຂວງບໍລິຄໍາໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ທ່ານ ຄໍາໄຊ ຕຸນາລົມ ຮອງເຈົ້າເມືອງໄຊຈໍາພອນ, ມີຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ພ້ອມດ້ວຍຫົວໜ້າຫ້ອງການພາກສ່ວນທີ່ກ່ຽວຂ້ອງ ແລະ ທິມງານບໍລິສັດເອລິກເຊີ ເຂົ້າຮ່ວມ.


ກອງປະຊຸມ ທ່່ານ ນາງ ເພັດມະນີ ເຈື້ອສົງຄາມ ຕາງໜ້າບໍລິສັດເອລິກເຊີທີ່່ປຶກສາ ໄດ້ນໍາສະເໜີແຜນພັດທະນາຊຸມຊົນ 6 ບ້ານເປົ້າໝາຍ ເຂດຊົດເຊີຍຊິວະນາໆພັນ ນໍ້າຈວນ-ນໍ້າຊັ່ງ ຂອງໂຄງການເຂື່ອນໄຟຟ້ານ້ຳງຽບ 1 ແຕ່ປີ 2021-2025 ທີ່ກວມຢູ່ 2 ເມືອງ 6 ບ້ານ ຄື: ບ້ານນາຕັນ, ບ້ານນາຍາງ, ບ້ານວັງພຽງ ເມືອງ ວຽງທອງ ແລະ ບ້ານ ສົບຂອນ, ບ້ານ ໂພນເມືອງ, ບ້ານເມືອງຈໍາ ເມືອງໄຊຈໍາພອນ ລວມມີ 486 ຫລັງຄາເຮືອນ, ມີ 653 ຄອບຄົວ, ມີປະຊາກອນ 3.234ຄົນ, ຍິງ 1.507 ຄົນ.

       ຈຸດປະສົງ ກໍ່ເພື່ອປືກສາຫາລືກ່ຽວກັບການປະເມີນຜົນກະທົບດ້ານເສດຖະກິດ-ສັງຄົມ, ຂໍ້ມູນ, ການປືກສາຫາລືກ່ຽວກັບຊຸມຊົນ, ມາດຕະການຫຼຸດຜ່ອນຜົນກະທົບ, ການຈັດຕັ້ງປະຕິບັດ, ການຕິດຕາມກວດກາ, ການປະເມີນຜົນການຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ ຂອງຊຸມຊົນ ແລະ ຄວາມຕ້ອງການດ້ານງົບປະມານ.

    ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຜັດປ່ຽນກັນປະກອບຄຳເຫັນໃສ່ແຜນພັດທະນາຢ່າງມີເຫດມີຜົນ ແລະ ມີຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ແຜນນັ້ນໄດ້ນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ.

About admin11