ຫ້ອງວ່າການແຂວງ ສະຫລຸບວຽກງານ 9 ເດືອນ

ກອງປະຊຸມສະຫຼຸບວຽກງານຫ້ອງວ່າການແຂວງ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ພະຈິກ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະຫ້ອງວ່າການແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ພະນັກງານລັດຖະກອນພາຍໃນຫ້ອງວ່າການແຂວງ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບົດສະຫຼຸບວຽກງານໃນໄລຍະ 9 ເດືອນຜ່ານມາ ວ່າ: ໂດຍພາຍໃຕ້ການນຳພາ-ຊີ້ນຳ ຢ່າງໃກ້ຊິດຂອງຄະນະພັກ, ອົງການປົກຄອງແຂວງ ໄດ້ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ ໃນການຈັດຕັ້ງປະຕິບັດວຽກງານຕາມສິດ ແລະ ພາລະບົດບາດຂອງຕົນ ຈົນສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ເຊິ່ງສະແດງອອກ ຄື: ເຂົ້າຮ່ວມຮັບຟັງປາຖະກະຖາ ວັນສຳຄັນຕ່າງໆຂອງພັກ ແລະ ຂອງຊາດ, ນຳພາເຂົ້າຮ່ວມຮັບໃຊ້ກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ 7 ມີຜົນສຳເລັດຢ່າງຈົບງາມ, ສັງລວມນິຕິກຳຕ່າງໆໄດ້ຈຳນວນ 47 ສະບັບ, ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງປະຈຳ 3 ເດືອນ, 6 ເດືອນ ສົ່ງໃຫ້ສູນກາງຢ່າງເປັນປົກກະຕິ, ເຂົ້າຮ່ວມບັນທຶກກອງປະຊຸມວຽກງານຕ່າງໆໄດ້ 65 ຄັ້ງ, ເຂົ້າຮ່ວມກອງປະຊຸມບັນດາເມືອງ 25 ຄັ້ງ, ບໍລິການຮັບໃຊ້ແຂກອ້ອມຂ້າງແຂວງ ແລະ ຕ່າງແຂວງທີ່ມາປະຊຸມໄດ້ 138 ຄັ້ງ, ຮັບແຂກການນຳຂັ້ນສູງ 22 ຄັ້ງ, ຮັບແຂກຕ່າງປະເທດໄດ້ 18 ຄັ້ງ ແລະ ຮັບແຂກມາພັກເຊົາເຮືອນພັກໄດ້ 64 ຄັ້ງ, ລົງຕິດຕາມວຽກງານກໍ່ສ້າງຮາກຖານການເມືອງໄດ້ 7 ເມືອງ 17 ຄັ້ງ, ລົງປະເມີນບ້ານພົ້ນທຸກ ແລະ ບ້ານພັດທະນາ ສຳເລັດ 12 ບ້ານ ຢູ່ເມືອງບໍລິຄັນ, ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຈຸດສຸມໃຈກາງຂອງແຂວງຢູ່ 4 ບ້ານຂອງເມືອງວຽງທອງ ແລະ ຄຳເກີດ.

ສຳລັບທິດທາງແຜນການໃນຕໍ່ໜ້າ ເອົາໃຈໃສ່ການນຳພາເຊື່ອມຊືມແນວທາງການເມືອງ, ບັນດານິຕິກຳຕ່າງໆຂອງພັກ-ລັດວາງອອກເປັນແຕ່ລະໄລຍະ, ເພີ່ມທະວີວຽກງານນຳພາແນວຄິດໃຫ້ເລິກເຊິ່ງກວ່າເກົ່າ ແນໃສ່ບຸກທະລຸດ້ານຈິນຕະນາການ ບົນຈິດໃຈແກ້ໄຂແນວຄິດຄອງເດີມ ໃຫ້ນັບມື້ໜັກແໜ້ນ, ເພີ່ມທະວີຄວາມຮັບຜິດຊອບໃນການຄົ້ນຄວ້າວິໄຈ, ກັ່ນຕອງບັນຫາ, ການສັງລວມໃຫ້ມີຄວາມຮັດກຸມ, ຍົກລະດັບການຄຸ້ມຄອງບໍລິຫານຮັບໃຊ້ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ.

ກອງປະຊຸມ ຍັງໄດ້ຮັບຟັງການປະກອບຄຳເຫັນຈາກຄະນະຫ້ອງວ່າການແຂວງ ແລະ ຂະແໜງການຕ່າງໆ ຢ່າງກົງໄປກົງມາ ເພື່ອຫາວິທີແກ້ໄຂບັນຫາທີ່ຍັງຄົງຄ້າງ ໃຫ້ໄດ້ຮັບຜົນສຳເລັດໃນຕໍ່ໜ້າ ແລະ ໃນຕອນທ້າຍຂອງພິທີ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ພະນັກງານຈຳນວນ 58 ຄົນ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານປະຈຳປີ 2019 ເປັນກຽດມອບໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ.

About admins16