ຊາວບ້ານທ່ານາ ຮ່ວມແຮງຮ່ວມໃຈ ສ້າງທາງເບຕົງເສີມເຫຼັກ

ຕອນບ່າຍວັນທີ 14 ກຸມພາ 2023 ທ່ານ ແສງອາລຸນ ແສງອາພອນ ຮອງເລຂາຄະນະບໍລິຫານງານພັກເມືອງປາກຊັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຕິດຕາມການກໍ່ສ້າງເສັ້ນທາງຮ່ອມ ພາຍໃນບ້ານທ່ານາ ດ້ວຍເບຕົງເສີມເຫຼັກ ໂດຍແມ່ນທຶນ ແລະ ແຮງງານຂອງປະຊາຊົນ ພາຍໃນບ້ານຮ່ວມແຮງຮ່ວມໃຈກໍ່ສ້າງ.

ການກໍ່ສ້າງເສັ້ນທາງໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ມາແຕ່ວັນທີ 23 ມັງກອນ 2023 ມາຮອດປະຈຸບັນໄດ້ສຳເລັດທາງຮ່ອມທີ1, ແຕ່ຈຸດທາງເລກທີ 13 ເຂົ້າຫາວັດບ້ານທ່ານາ ໄລຍະທາງຍາວປະມານ 350 ແມັດ, ກ້ວາງ 5 ແມັດ ໂດຍນຳໃຊ້ທືນທີ່ໄດ້ມາຈາກການປະກອບສ່ວນຂອງປະຊາຊົນຕາມທ່າແຮງຂອງແຕ່ລະຄອບຄົວພາຍໃນບ້ານ, ບາງຄອບຄົວກໍ່ຊ່ວຍດ້ານພາຫະນະ, ບາງຄອບຄົວກໍ່ຊ່ວຍຫີນ-ຊາຍ.

ນອກຈາກປະຊາຊົນພາຍໃນບ້ານ ກໍ່ມີນັກທຸລະກິດ, ສ່ວນບຸກຄົນ ທີ່ໄປເຮັດວຽກຢູ່ຕ່າງແຂວງ, ຕ່າງປະເທດ ປະກອບສ່ວນໃຫ້ການຊ່ວຍເຫຼືອ ເພື່ອຊື້ວັດຖຸອຸປະກອນຮັບໃຊ້, ສ່ວນຮ່ອມທີ 2 ມີຄວາມຍາວ 165 ແມັດ ແລະ ຮ່ອມທີ 3 ມີຄວາມຍາວ 65 ແມັດ ຈະລົງມືຈັດຕັ້ງປະຕິບັດໃນມໍ່ໆນີ້ ເຊີ່ງເປັນແຜນການໄລຍະທີສອງຂອງບ້ານ.

About admins16