ກິລາມິດຕະພາບ ລະຫວ່າງ ການນໍາແຂວງບໍລິຄຳໄຊ ແລະ ຈັງຫວັດບຶງການ

ການແຂ່ງຂັນກິລາມິດຕະພາບ ແຂວງບໍລິຄຳໄຊ ແລະ ຈັງຫວັດບຶງການ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 15 ກຸມພາ 2023 ຢູ່ເດີ່ນເຕະບານແສງມີໄຊ ບ້ານຫົງໄຊ ເມືອງປາກຊັນ, ການນໍາແຂວງບໍລິຄຳໄຊ ນໍາໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ສປປ ລາວ ແລະ ຈັງຫວັດບຶງການ ນໍາໂດຍ ທ່ານ ດຣ ນະລຶຊາ ໂຄສາສີວິໄລ ຜູ້ວ່າຈັງຫວັດບຶງການ ຣາຊາອານາຈັກໄທ.

ການແຂ່ງຂັນໄດ້ດຳເນີນໄປດ້ວຍບັນຍາການເບີກບານມ່ວນຊື່ນ ແລະ ມີບັນຍາກາດອັນດີ ເມື່ອເກມການແຂ່ງຂັນເລີ່ມຂຶ້ນ ທັງສອງຝ່າຍກໍ່ຜັດປ່ຽນກັນບຸກ ແລະ ຜັດປ່ຽນຕັ້ງຮັບ ແຕ່ກໍ່ບໍ່ມີຝ່າຍໃດສາມາດຍິງປະຕູໄດ້ ຈົບເຄີ່ງເວລາທໍາອິດ ດ້ວຍຄະແນນສະເໝີກັນ 0 ປະຕູຕໍ່ 0.

ເຄິ່ງເວລາທີ 2 ເລີ່ມຂຶ້ນ ທັງສອງຝ່າຍກໍ່ສືບຕໍ່ເປີດເກມບຸກໃສ່ກັນ ເພື່ອຍິງປະຕູອີກຝ່າຍໃຫ້ໄດ້ ແລະ ການແຂ່ງຂັນກໍ່ດຳເນີນໄປດ້ວຍຄວາມສູສີ ເມື່ອຈົບເວລາການແຂ່ງຂັນ ກໍ່ເປັນທີມແຂວງບໍລິຄໍາໄຊ ສປປ ລາວ ສາມາດເອົາຊະນະທີມຈັງຫວັດບຶງການ ຣາຊາອານາຈັກໄທ ໄປໄດ້ດ້ວຍຄະແນນ 2 ຕໍ່ 1 ປະຕູ.

ການແຂ່ງຂັນກິລາມິດຕະພາບຄັ້ງນີ້ ນອກຈາກເປັນການອອກກຳລັງກາຍເພື່ອສຸຂະພາບທີ່ດີແລ້ວ ຍັງເປັນການສ້າງສັນບັນຍາກາດ ຮັດແໜ້ນຄວາມສາມັກຄີ ລະຫວ່າງ ການນຳຂອງສອງແຂວງ ຖານບ້ານໄກ້ເຮືອນຄຽງອີກດ້ວຍ.

About admins14