ຄໍາເກີດ – ເຮືອງເຊິ່ນ ແຂ່ງຂັນກິລາບານເຕະມິດຕະພາບ

ເພື່ອເປັນການຮັດແໜ້ນຄວາມສາມັກຄີລະຫວ່າງສອງຊາດລາວ-ຫວຽດນາມ ໃຫ້ເພີ່ມຂຶ້ນ ແລະ ເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມແລກປ່ຽນບົດຮຽນລະຫວ່າງເມືອງຄໍາເກີດ ກັບ ເມືອງເຮືອງເຊິ່ນ, ໃນຕອນແລງຂອງວັນທີ 8 ສິງຫາ 2022 ການນໍາເມືອງຄໍາເກີດ – ການນໍາເມືອງເຮືອງເຊິ່ນ ໄດ້ສ້າງຂະບວນການກິລາບານເຕະ ທີ່ເດີ່ນຟຸດຊໍ ເມືອງເຮືອງເຊິ່ນ ເຊິ່ງນຳພາໂດຍທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ ແລະ ທ່ານ ບຸ່ຍເຍິນເຊີມ ປະທານສະພາປະຊາຊົນ ເມືອງເຮືອງເຊິ່ນ ພ້ອມດ້ວຍຄະນະ.

ການແຂ່ງຂັນ ດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ເມື່ອເລີ່ມການແຂ່ງຂັນທັງສອງທີມ ຕ່າງຝ່າຍຕ່າງກໍ່ເປີດເກມບຸກເຂົ້າໃສ່ກັນຢ່າງຕໍ່ເນື່ອງ, ປ່ຽນກັນບຸກ – ປ່ຽນກັນຕັ້ງຮັບ ແລະ ຜ່ານການແຂ່ງຂັນໃຊ້ເວລາ 60 ນາທີ ຜົນການແຂ່ງຂັນທັງສອງທີມ ຈົບດ້ວຍຜົນແບບມິດຕະພາບ 8 ປະຕູຕໍ່ 8.

About admins16