ເມືອງວຽງທອງ ສະຫຼຸບວຽກງານ ປກຊ – ປກສ ປະຈໍາ 06 ເດືອນຕົ້ນປີ 2022

ໃນຕອນເຊົ້າຂອງວັນທີ 9 ສິງຫາ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍາລັງ ປກຊ – ປກສ ປະຈໍາ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນ ທ້າຍປີ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ, ປະທານກໍາລັງ ປກຊ – ປກສ ຂັ້ນເມືອງ, ມີບັນດາຄະນະພັກຂອງເມືອງ, ຫົວໜ້າຫ້ອງການ, ພາກສ່ວນກ່ຽວຂ້ອງຈາກແຂວງ, ເມືອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຕີລາຄາຄືນສະພາບການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ໂດຍຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະໄດ້ເອົາໃຈໃສ່ແກ້ໄຂ, ການປະຕິບັດວຽກແຕ່ລະດ້ານຢ່າງມີຄວາມຮັບຜິດຊອບສູງ ຕິດພັນກັບວຽກງານ 3 ສ້າງ, 9 ຫົວຂໍ້ວິທະຍາສາດ ແລະ 4 ໜ້າທີ່ໃຫຍ່, 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດ, 4 ຄາດໝາຍ 4 ແຜນງານໃຫຍ່, 41 ໂຄງການຂອງຄະນະພັກປ້ອງກັນຄວາມສະຫງົບ.

ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ, ກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ, ການຕິດຕາມກວດກາຄົນເຂົ້າ – ອອກເມືອງ, ບັນຫາຢາເສບຕິດ, ບັນຫາອາວຸດເຖື່ອນ, ວຽກງານສາສະໜາ, ວຽກງານກໍ່ສ້າງຮາກຖານເມືອງ, ວຽກງານແກ້ໄຂໜໍ່ແໜງກໍ່ຄວາມບໍ່ສະຫງົບ, ບັນຫາໄພພິບັດ, ວຽກງານຍົກລະດັບວິຊາສະເພາະ, ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນເມືອງ, ໄລຍະ 6 ເດືອນຜ່ານມາ ມີຄະດີຢາເສບຕິດ 7 ເລື່ອງ, ຄະດີເສດຖະກິດ 1 ເລື່ອງ, ຄະດີລັກຊັບພົນລະເມືອງ 1 ເລື່ອງ, ອຸປະຕິເຫດ 28 ເລື່ອງ, ຄະດີຂົ່ມຂືນທໍາຊໍາເລົາເດັກ 1 ເລື່ອງ ແລະ ແກ້ໄຂບັນຫາອື່ນໆອີກ.

ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດ – ຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ຢ່າງກົງໄປກົງມາ ເພື່ອຫາວິທີແກ້ໄຂຂໍ້ຄົງຄ້າງ ແນໃສ່ໃຫ້ທຸກຄົນຮັບຮູ້ ແລ້ວພ້ອມກັນຕື່ນຕົວປະກອບສ່ວນເຮັດໃຫ້ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບເປັນຂອງທົ່ວປວງຊົນ, ເຮັດໃຫ້ເມືອງວຽງທອງມີຄວາມສະຫງົບໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ.

About admins16