ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ເມືອງເຮືອງເຊິ່ນ ກັບ ເມືອງຄຳເກີດ

ໃນຕອນບ່າຍວັນທີ 8 ສິງຫາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງເຮືອງເຊີ່ນ, ແຂວງ ຮ່າຕິ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະ ແລກປ່ຽນບົດຮຽນ ລະຫວ່າງ ເມືອງເຮືອງເຊິ່ນ ແຂວງຮ່າຕິ່ງ ສສ ຫວຽດ ນາມ ກັບ ເມືອງຄຳເກີດ ແຂວງບໍລິຄຳໄຊ ສປປ ລາວ, ຝ່າຍລາວນໍາພາໂດຍທ່ານ ເພັດສະໄໝ ໄຊຍະທິຈັກ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຄຳເກີດ, ພ້ອມດ້ວຍຄະນະ, ຝ່າຍຫວຽດນາມນໍາພາໂດຍ ທ່ານ ບຸ່ຍເຍິນເຊີມ ກໍາມະການພັກແຂວງ ເລຂາພັກເມືອງ ປະທານສະພາປະຊາຊົນເມືອງເຮືອງເຊິ່ນ ພ້ອມດ້ວຍຄະນະ.

ໃນກອງປະຊຸມ ການນໍາທັງສອງເມືອງ ໄດ້ຜັດປ່ຽນກັນຂື້ນມີຄໍາເຫັນ ແລະ ລາຍງານໂດຍຫຍໍ້, ເພື່ອເປັນການຖອດຖອນບົດຮຽນ ໂດຍສະເພາະແມ່ນການເຄື່ອນໄຫວວຽກງານຕ່າງໆ, ຈາກນັ້ນ ທ່ານ ເພັດສະໃໝ ໄຊຍະທິຈັກ ແລະ ທ່ານ ບຸ່ຍເຍິນເຊີມ ໄດ້ໃຫ້ກຽດຜ່ານແຜນການຮ່ວມມື ປະຈຳປີ 2023 ດັ່ງນີ້: ສືບຕໍ່ໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມໃຫ້ພໍ່ແມ່ປະຊາຊົນສອງຝ່າຍຢ່າງເປັນປົກກະຕິ, ມີສະຕິຕື່ນຕົວເຄົາລົບປະຕິບັດລະບຽບກົດໝາຍ ຮີດຄອງປະເພນີອັນດີງາມຂອງສອງຊາດ, ການພົວພັນເຄື່ອນໄຫວໄປມາ ແລະ ດຳເນີນທຸລະກິດຢູ່ຂອບເຂດຊາຍແດນເຊິ່ງກັນ ແລະ ກັນ, ໃນກໍລະນີພົນລະເມືອງຂອງສອງຝ່າຍ ຫາກຝ່າຝືນລະບຽບກົດໝາຍ ກຳລັງເຈົ້າໜ້າ, ອຳນາດການປົກຄອງສອງເມືອງ ມີພາລະບົດບາດ ພົວພັນກັນເພື່ອແກ້ໄຂຮ່ວມກັນ.

ທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ ຍັງກ່າວຕື່ມອີກວ່າ: ພ້ອມກັນສຶບສານ ຜັນຂະຫຍາຍ ຈັດຕັ້ງປະຕິບັດຕາມປະທານປະເທດຂອງ 2 ຊາດ ລາວ – ຫວຽດນາມ ແລະ ປະທານ ໂຮຈີມິນ ທີ່ໄດ້ກ່າວໄວ້ວ່າ “ ຮັກຫອມກັນຫມາຍຫມັ້ນ, ຫຼາຍຊັ້ນພູກໍ່ປີນໄຕ່, ຫຼາຍນ້ຳໃຫຍ່ ແລະ ໂຄກຄ້ອຍຂວາງຂັ້ນກໍດຸ່ງໄປ, ສອງຊາດລາວ – ຫວຽດນາມໄດ້ ຝັງຄວາມຮັກໃວ້ໃນໃຈ, ຮົ່ງຮ່າທັງແມ່ຂອງບໍ່ເລີກປຸນປານໄດ້ ”, ປະທານ ໄກສອນ ພົມວິຫານ ໄດ້ພັນລະນາສາຍພົວພັນລາວ – ຫວຽດນາມໄວ້ວ່າ “ ເຖິງພູຈະຖືກເຊາະເຈື່ອນ, ແມ່ນ້ຳລໍາເຊຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບລາວ – ຫວຽດນາມ ຈະຫມັ້ນຄົງທະນົງແກ່ນຊົ່ວກາລະນາ ”, ປະທານສຸພານຸວົງ ໄດ້ພັນລະນາສາຍພົວພັນລາວ – ຫວຽດນາມ ໄວ້ວ່າ “ ສາຍພົວພັນມິດຕະພາບຖານອ້າຍນ້ອງ ລະຫວ່າງປະຊາຊົນລາວ ແລະ ປະຊາຊົນຊາວຫວຽດນາມ ແມ່ນຍິ່ງໃຫຍ່ມະຫາສານ ເຊິ່ງບໍ່ມີບົດເພງ ແລະ ບົດກະວີໃດໆ ທີ່ຖືວ່າມ່ວນທີ່ສຸດນັ້ນ ຈະພັນລະນາໃຫ້ຫມົດໄດ້, ມິດຕະພາບສູງກວ່າພູຜາ, ຍາວຍິ່ງ ກວ່າແມ່ນ້ຳ, ກວ້າງກວ່າຍິ່ງທະເລຫຼວງ, ງາມຍິ່ງກວ່າເດືອນເພັງ, ຫອມຫວນຍິ່ງກວ່າດອກໄມ້ທີ່ຫອມທີ່ ສຸດ”.

ຈາກນັ້ນ, ການນໍາສອງເມືອງກໍ່ໄດ້ຂື້ນເຊັນບັດບັນທືກຊ່ວຍຈຳ ປະຈຳປີ 2022 ໂດຍມີຄະນະນຳທັງສອງຝ່າຍ ເປັນສັກຄີພີຍານ.

ໃນຕອນທ້າຍພິທີ ຄະນະການນຳທັງສອງເມືອງກໍ່ໄດ້ມອບຂອງຂວັນທີ່ລະນຶກເຊິ່ງກັນ ແລະ ກັນ ເພື່ອເປັນການອວຍພອນ ແລະ ທັງເປັນການຮັດແໜ້ນຄວາມສາມັກຄີແບບພິເສດຂອງ 2 ຊາດ ລາວ – ຫວຽດນາມ ເວົ້າລວມ, ເວົ້າສະເພາະ ສອງເມືອງ ” ເຮືອງເຊິ່ນ – ເມືອງຄໍາເກີດ “.

About admins16