ຄໍາເກີດ ເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ກັບທີມງານໂຄສະນາປູກຈິດສໍານຶກ

ໃນວັນທີ 23 ສິງຫາ 2022 ທີ່ຫ້ອງປະຊຸມສູນວັດທະນະທຳເດັກ ເມືອງຄໍາເກີດ ໄດ້ຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ກັບທີມງານໂຄສະນາປູກຈິດສໍານຶກຂັ້ນເມືອງ ກ່ຽວກັບເຕັກນິກໃນການສື່ສານ ແລະ ດໍາເນີນກິດຈະກໍາວຽກງານໂຄສະນາປູກຈິດສໍານຶກດ້ານການອະນຸລັກ ໃຫ້ແກ່ຊຸມຊົນບ້ານເປົ້າໝາຍ ໂດຍການເປັນປະທານຂອງທ່ານ ນາງ ຄໍາພອນ ເຮືອງມະນີພັນ ຄະນະປະຈໍາພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ແລະ ທ່ານ ສີທັດ ພິມມະຈັນ ຮອງຫົວໜ້າກອງອຸທິຍານນາກາຍ-ນໍ້າເທີນ ມີຄະນະຄູຝຶກມາຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ແລະ ສໍາມະນາກອນມາຈາກເມືອງຄໍາເກີດ ແລະ ເມືອງນາກາຍ.

ຫົວຂໍ້ທີ່ນໍາມາຝຶກຄັ້ງນີ້ ມີຄວາມຮູ້ພື້ນຖານກ່ຽວກັບຊີວະນາໆພັນ, ການນໍາໃຊ້ສັດປ່າແບບຍືນຍົງ, ຄວາມຮູ້ທົ່ວໄປກ່ຽວກັບການອະນຸລັກ, ຄວາມຮູ້ທົ່ວໄປກ່ຽວກັບຊັບພະຍາກອນທໍາມະຊາດ, ທັກສະໃນການຕິດຕໍ່ສື່ສານ, ເຕັກນິກການໂຄສະນາເຜີຍແຜ່, ການອອກແບບກິດຈະກໍາ, ການທົດລອງກິດຈະກໍາ ແລະການລົງພາກສະໜາມເພື່ອປະຕິບັດໂຕຈິງ. ການຝຶກອົບຮົມດັ່ງກ່າວແມ່ນໃຊ້ເວລາຝຶກຢູ່ 5 ວັນ ແຕ່ວັນທີ 23-27 ສິງຫາ 2022 ຈິ່ງສໍາເລັດ.

About admins14