ພິທີເປີດ ນໍາໃຊ້ເສັ້ນທາງເບຕົງເຂົ້າວັດນາຄານິມິດໂພນສັນ

ພິທີເປີດນໍາໃຊ້ເສັ້ນທາງເບຕົງ ເຂົ້າວັດນາຄານິມິດໂພນສັນ ໄດ້ຈັດຂຶ້ນໃນວັນທີ 23 ສິງຫາ 2022 ຢູ່ບ້ານທ່າໂພນສັນ ເມືອງທ່າພະບາດ ໃຫ້ກຽດເຂົ້າຮ່ວມເປີດພິທີໃນຄັ້ງນີ້ ໂດຍທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ມີການນໍາຂອງເມືອງ, ແຂກທີ່ຖືກເຊີນ, ນັກທຸລະກິດ ຕະຫຼອດຮອດປະຊາຊົນ ເຂົ້າຮ່ວມ.

ພິທີ ທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງທ່າພະບາດ ໄດ້ຂຶ້ນລາຍງານການກໍ່ສ້າງເສັ້ນທາງເບຕົງ ເຂົ້າວັດນາຄານິມິດ ໂພນສັນ ແມ່ນໄດ້ເລີ່ມຕົ້ນກໍ່ສ້າງແຕ່ເດືອນ ຕຸລາ ປີ 2021 ດ້ວຍການກໍ່ສ້າງເປັນທາງປູດ້ວຍເບຕົງ ແຕ່ທາງ 13 ໃຕ້ ເຂົ້າຫາວັດນາຄານິມິດ ໂພນສັນ ເຊີ່ງມີຄວາມຍາວ 2.000 ແມັດ, ໜ້າທາງກ້ວາງ 6 ແມັດ, ຄວາມໜາຂອງເບຕົງ 17,5 ຊັງຕີແມັດ ເສັ້ນທາງດັ່ງກ່າວມີມູນຄ່າທັງໝົດ 1.289.000.000 ກີບ. ມາຮອດປັດຈຸບັນນີ້ ເສັ້ນທາງໄດ້ຖືກຈັດຕັ້ງປະຕິບັດກໍ່ສ້າງເປັນເສັ້ນທາງປູເບຕົງສໍາເລັດ 100% ແລະ ໄດ້ຕິດຕັ້ງດອກໄຟຟ້າພະລັງງານແສງຕາເວັນໃສ່ຂ້າງທາງ ຈໍານວນ 30 ຊຸດ ລວມມູນຄ່າ 19.440.000 ກີບ. ເສັ້ນທາງດັ່ງກ່າວນີ້ ແມ່ນໄດ້ມາຈາກການປະກອບສ່ວນທາງດ້ານທຶນຮອນ ແລະ ເຫື່ອແຮງ ຈາກທຸກພາກສ່ວນຂອງສັງຄົມ ພາຍໃນເມືອງທ່າພະບາດ ກໍ່ຄືແຂວງບໍລິຄໍາໄຊ ເປັນກຽດຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ  ໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ທ່ານເຈົ້າເມືອງທ່າພະບາດ, ແລະ ປະທານ ອພສ ເມືອງທ່າພະບາດ.

About admins14