ຄະນະພະແນກ ຖວທ ແຂວງ ຊຸກຍູ້ວຽກງານການສ້າງບ້ານວັດທະນະທຳຢູ່ເມືອງຄຳເກີດ

ໃນວັນທີ 23 ສິງຫາ 2022 ທ່ານ ບົວສອນ ບຸດຊາວດອນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກຕາມສາຍຕັ້ງຢູ່ຫ້ອງການ ຖວທ ເມືອງຄຳເກີດ ມີຄະນະຫ້ອງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

ໂອກາດນີ້ ທ່ານ ເຂັມພອນ ປັນຍານຸວົງ ຫົວໜ້າຫ້ອງການ ຖວທ ເມືອງຄຳເກີດ ໄດ້ລາຍງານໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກຢູ່ຂັ້ນເມືອງ ເພື່ອປັບປຸງແກ້ໄຂໃຫ້ທ່ວງທັນກັບສະພາບການຕົວຈິງ ເປັນຕົ້ນແມ່ນວຽກງານການສ້າງຄອບຄົວວັດທະນະທຳ, ການອານຸລັກ ແລະ ສົ່ງເສີມ ຮິດຄອງປະເພນີອັນດີງາມໃຫ້ຄຽງຄູ່ຢູ່ກັບຄົນລາວຕະຫຼອດໄປ ຫຼັງຈາກນັ້ນກໍ່ໄດ້ພັດປ່ຽນກັນປະກອບຄຳຄິດເຫັນຢ່າງກົງໄປກົງມາ ເພື່ອແລກປ່ຽນບົດຮຽນເຊີ່ງກັນ ກ່ຽວກັບການສ້າງບ້ານວັດທະນະທຳ, ການສົ່ງເສີມການອານຸລັກຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ ແລະ ປູກຈິດສຳນືກໃຫ້ຮູ່ນຄົນສືບທອດໃຫ້ຮູ້ ແລະ ອານຸລັກວັດທະນະທຳ ອັນດີງາມນີ້ໄວ້ໃຫ້ໝັ້ນຄົງ.

ໃນກອງປະຊຸມທ່ານ ບົວສອນ ບຸດຊາວດອນ ໄດ້ໂອລົມ ແລະ ເນັ້ນໃຫ້ພະນັກງານການຳຂອງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ຊູກຍູ້ວຽກງານຂົງເຂດຕົນເອງຮັບຜິດຊອບ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດຊິ້ນຳຂອງຄະນະພັກຂັ້ນເທິງ ໃຫ້ສອດຄ່ອງກັບຂໍ້ກຳນົດຂອງກະຊວງວາງອອກຕາມ 6 ມາດຖານຂອງຄົນວັດທະນະທໍາ, 5 ມາດຖານຄອບຄົວວັດທະນະທໍາ ແລະ 5 ມາດຖານຂອງວັດທະນະທໍາຕາມແຕ່ລະບາດກ້າວຂອງການສ້າງຄອບຄົວ ແລະການສ້າງບ້ານວັດທະນະທໍາ.

About admins14