ຄໍາເກີດ ສະຫຼຸບວຽກງານບໍລິການປິ່ນປົວ ປະຈຳປີ 2022

ໃນວັນທີ 1 ກຸມພາ 2023 ຢູ່ໂຮງໝໍຊຸມຊົນເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານບໍລິການປິ່ນປົວປະຈຳປີ 2022, ເປັນປະທານໂດຍ ທ່ານ ດຣ ອ່ອນສີ ສີຈັນທະວົງ ອຳນວຍການໂຮງໝໍຊຸມຊົນເມືອງ ແລະ ເຂົ້າຮ່ວມໂດຍ ທ່ານ ສີທັດ ພັນອານົນ ຄະນະຫ້ອງການສາທາລະນະສຸກເມືອງຄໍາເກີດ, ມີບັນດາຄະນະ, ຫົວໜ້າໜ່ວຍງານ, ວິຊາການ ແລະ ພະຍາບານ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບວຽກງານບໍລິການປິ່ນປົວປະຈຳປີ 2022 ເຊິ່ງຍົກໃຫ້ເຫັນວ່າ ການບໍລິການປິ່ນປົວ ໄດ້ຖືເອົາການປັບປຸງການປິ່ນປົວ ທີ່ມີຄຸນນະພາບ ແລະ ເຮັດໃຫ້ປະຊາຊົນບັນດາເຜົ່າ ໄດ້ເຂົ້າເຖີງການບໍລິການຢ່າງທົ່ວເຖິງ, ໂດຍປະຕິບັດຕາມຫຼັກການວິທະຍາສາດເຕັກນິກການແພດ ແລະ ຈັນຍາບັນແພດ, ປັບປຸງ ແລະ ພັດທະນາດ້ານການບໍລິການໃຫ້ມີຄຸນນະພາບ, ມີການຕິດຕາມ ແລະ ປະເມີນຜົນ 10 ຄວາມຈໍາເປັນພື້ນຖານ (10 MR) ຢ່າງເປັນປົກກະຕິໃນແຕ່ລະເດືອນ, ປັບປຸງ ແລະ ເອົາໃຈໃສ່ວຽກງານການປ້ອງກັນການຕິດເຊື້ອຢູ່ໂຮງໝໍ (IPC) ຢ່າງເຂັ້ມງວດ, ປັບປຸງ ແລະ ພັດທະນາວຽກງານການພະຍາບານ ແລະ ການຜະດຸງຄັນ ເຮັດໃຫ້ຄົນເຈັບ ມີຄວາມເພິ່ງພໍໃຈໃນການບໍລິການ ຄຽງຄູ່ກັບການຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ພະນັກງານແພດໃຫ້ສູງຂຶ້ນເທື່ອລະກ້າວ.

ໃນ 1 ປີຜ່ານມາ ການບໍລິການຄົນເຈັບ ກວດເຂດນອກ 23.649 ຄົນ ແລະ ນອນໂຮງໝໍ 7.084 ຄົນ, ໃນນັ້ນ ມີຄົນເຈັບ: ຮູຄໍ ຫືຼ ອາມິດານອັກເສບ 3.797 ຄົນ, ປະສາດແຕ່ບໍ່ແມ່ນໂລກຈິດ 1.957 ຄົນ, ພະຍາດລະບົບລະລາຍ 1.489 ຄົນ, ພະຍາດຄວາມດັນສູງ 976 ຄົນ, ພະຍາດລະບົບຖ່າຍເທ 790 ຄົນ, ພະຍາດແຂ້ວ 646 ຄົນ, ຖອກທ້ອງບໍ່ມີເລືອດປົນ 609 ຄົນ, ພະຍາດຕາ 589 ຄົນ, ພະຍາດຍິງ 535 ຄົນ, ພະຍາດເບົາຫວານ 526 ຄົນ, ຜ່າຕັດໃຫຍ່ 378 ຄົນ, ຜ່າຕັດກາງ 379 ຄົນ,ຜ່າຕັດນ້ອຍ 838 ຄົນ ແລະ ຜ່າຕັດເອົາລູກອອກ 241 ຄົນ.

About admins14