ການນໍາເມືອງວຽງທອງ ອວຍພອນຄະນະພັກ – ຄະນະບັນຊາ ກອງພັນ 615

ໃນວັນທີ 1 ກຸມພາ 2023 ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ຜູ້ຊີ້ນໍາວຽກພັກ-ພະນັກງານຂັ້ນເມືອງ ພ້ອມດ້ວຍຄະນະນໍາຂອງເມືອງ ແລະ ບັນດາຫົວໜ້າຫ້ອງການ, ກົມກອງ ໄດ້ນໍາເອົາກະຕ່າຂອງຂັວນໄປອວຍພອນ ຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນທະຫານ ກອງພັນ 615 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີ (20 ມັງກອນ 1949 – 20 ມັງກອນ 2023)

ໂອກາດນີ້ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ໄດ້ກ່າວສະແດງຄໍາອວຍພອນອັນປະເສີດມາຍັງຄະນະພັກ, ຄະນະນໍາ, ນາຍ ແລະ ພົນທະຫານ ກອງພັນ 615 ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ມີຜົນສຳເລັດ ໃນໜ້າທີ່ວຽກງານການເມືອງ ທີ່ພັກ-ລັດ ແລະ ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ພ້ອມດຽວກັນນີ້ ທ່ານ ພັທ ສີສັງພອນ ເເພງນະຄອນ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງກອງພັນ 615 ພ້ອມຄະນະ ໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ, ຄະນະນຳຂອງເມືອງ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ແລະ ຈະສືບຕໍ່ຮັດແໜ້ນຄວາມສາມັກຄີ, ພ້ອມທັງຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງກົມກອງໃຫ້ເຂັ້ມແຂງໜັກແໜ້ນ ຈະພ້ອມກັນສ້າງໃຫ້ກົມກອງກາຍເປັນກົມກອງແຂງຮອບດ້ານ.

About admins14