ປກສ ເມືອງປາກຊັນ ສະຫຼຸບວຽກງານປ້ອງກັນຄວາມຫງົບ ປະຈຳປີ 2022

ວັນທີ 30 ມັງກອນ 2023 ຢູ່ກອງບັນຊາການ ປກສ ເມືອງປາກຊັນ ໄດ້ເປີດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມຫງົບ ປະຈຳປີ 2022 ຂຶ້ນ ເປັນປະທານໂດຍ ທ່ານ ພັນໂທ ລາຕີ ພິລາວົງ ຫົວໜ້າກອງບັນຊາ ປກສ ເມືອງປາກຊັນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງປາກຊັນ ແລະ ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ມີຄະນະກອງບັນຊາການ, ຄະນະພະແນກ, ປກສ ກຸ່ມບ້ານ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.

ໃນກອງປະຊຸມ ໄດຮັບຟັງການຜ່ານບົດສະຫຼຸບວຽກງານປ້ອງກັນຄວາມຫງົບ ປະຈຳປີ 2022 ເຫັນວ່າໄດ້ສຸມໃສ່ວຽກງານສໍາຄັນ ໂດຍສະເພາະການຈັດຕັ້ງປະຕິບັດຕາມ 4 ຄາດໝາຍ, 4 ແຜນງານ, 41 ໂຄງການ ແລະ ບັນດາຈຸດສຸມຕ່າງໆ, 1 ປີຜ່ານມາ ສາມາດສະກັດກັ້ນ ແລະ ແກ້ໄຂ ຄະດີທີເກີດຂຶ້ນໄດ້ 155 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 101 ຄົນ, ມ້າງໄດ້ 91 ເລື່ອງ, ໃນນີ້ ມີຄະດີອາຍາ-ເສດຖະກິດເກີດຂຶ້ນ 103 ເລື່ອງ, ກັກຕົວຜູ້ຖືກຫາ 45 ຄົນ, ຜົນເສຍຫາຍມີຄົນເສຍຊິວິດ 6 ຄົນ, ລົດຈັກ 28 ຄັນ, ລົດກະບະຮຸນໄດ 1 ຄັນ, ເງິນກີບ 247.154.000 ກີບ, ເງີນບາດ 693.130 ບາດ, ເງີນດົ່ງ 300.000 ດົ່ງ, ສາຍຄໍຄໍາ 1 ບາດ, ສາຍແຂນຄຳ 1 ບາດ ແລະ ຊັບສີນອື່ນໆ, ຂອງກາງຄະດີທີ່ສາມາດເກັບກູ້ຄືນມາໄດ້ມີ ລົດຈັກ 9 ຄັນ, ພັດລົມແຂວນເພດານ 6 ໜ່ວຍ, ເງີນ 1.000.000 ກີບ ແລະ ອື່ນໆອີກ, ຄະດີຢາເສບຕິດ 50 ເລື່ອງ, ຜູ້ຖືກຫາ 50 ຄົນ,ຍິງ 04 ຄົນ, ຢຶດຂອງກາງ ຢາບ້າ 8.901 ເມັດ, ຢາໄອ໋ 2 ຖົງ, ລະເບິດ 1 ໜ່ວຍ, ລົດຈັກ 1 ຄັນ, ນ້ໍ້າກະທ້ອມ 50 ລິດ ແລະ ເຄື່ອງຂອງກາງອື່ນໆ.

ຄະດີອຸປະຕິເຫດເກີດຂື້ນ 39 ເລື່ອງ ແກ້ໄຂ ໄດ້ 34 ເລື່ອງ ສົ່ງພະແນກຕຳຫຼວດຈະລາຈອນແຂວງ 4 ເລື່ອງ, ພວມດຳເນີນ 1 ເລື່ອງ, ພາຫະນະເປ່ເພ 74 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 76 ຄົນ, ຍິງ 11 ຄົນ, ມີຄົນເສຍຊິວິດ 01 ຄົນ, ປະເມີນມູນຄ່າເສຍຫາຍ 788.880.000 ກີບ.

About admins14