ກອງບັນຊາການ ປກສ 3 ເມືອງ ພູດອຍ ແຂວງ ບໍລິຄຳໄຊ ເປີດກອງປະຊຸມສ້າງແຜນ ກຳນົດພະນັກງານນຳພາ-ບັນຊາ ປີ 2021-2025

 ລະຫວ່າງ ວັນທີ 16 – 18 ມີນາ 2022 ກອງບັນຊາການ ປກສ ເມືອງ ຄໍາເກີດ, ປກສ ເມືອງວຽງທອງ ແລະ ປກສ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມສ້າງແຜນກຳນົດພະນັກງານນໍາພາ – ບັນຊາ ປະຈຳປີ 2021 – 2025, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັອ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະປະຈຳພັກເມືອງ, ຫົວໜ້າກອງບັນຊາການ ປກສ ເມືອງ, ພ້ອມດ້ວຍຄະນະ, ພະນັກງານການນຳພາ – ບັນຊາ, ພະນັກງານສະມາຊິກພັກທົ່ວກອງບັນຊາການ ປກສ ເມືອງທັງ 03 ເມືອງ ເຂົ້າຮ່ວມ.

 ໃນກອງປະຊຸມ ໄດ້ຜ່ານມະຕິຂອງກົມການເມືອງ ສູນກາງພັກສະບັບເລກທີ 032/ກມສພ, ລົງວັນທີ 03 ມັງກອນ 2018, ວ່າດ້ວຍມາດຖານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກຳນົດພະນັກງານ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018 ວ່າດ້ວຍມາດຖານຂອງພະນັກງານນໍາພາ – ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ມະຕິຂອງຄະນະບໍລິຫານງານພັກກະຊວງ ປກສ ເລກທີ 38/ຄພ ປກສ ລົງວັນທີ 02 ພະຈີກ 2018, ວ່າດ້ວຍມາດຖານພະນັກງານນຳພາ-ຄຸ້ມຄອງ ໃນກຳລັງປ້ອງກັນຄວາມສະຫງົບ, ມະຕິກົມການເມືອງສູນກາງພັກ ເລກທີ 030/ກມສພ ລົງວັນທີ 03 ມັງກອນ 2018 ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ.

ເຊີ່ງໄດ້ຍົກໃຫ້ເຫັນມາດຖານຜູ້ທີ່ຈະມາເປັນພະນັກງານນຳພາ – ຄຸ້ມຄອງ, ຕ້ອງມີຄຸນທາດການເມືອງໜັກແໜ້ນ, ຢືດໜັ້ນຕໍ່ອຸດົມການສັງຄົມນິຍົມ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ລະບອບປະຊາທິປະໄຕປະຊາຊົນຢ່າງໜັກແໜ້ນ, ມີຫຼັກໝັ້ນ, ຈຳແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ, ເຄົາລົບ ແລະ ປະຕິບັດຂໍ້ກຳນົດກົດລະບຽບຂອງພັກ, ກົດໝາຍຂອງລັດ, ເສຍສະຫຼະເພື່ອປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ສຸມສະຕິປັນຍາ ແລະ ກຳລັງຂອງຕົນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ມີຄວາມຮູ້ພື້ນຖານກ່ຽວກັບທິດສະດີມາກ – ເລນີນ, ແນວຄິດຂອງປະທານໄກສອນ ພົມວິຫານ, ກຳໄດ້ແຜນພັດທະນາເສດຖະກິດ-ສັງຄົມ ມີລະດັບວິຊາສະເພາະໃດໜື່ງທີ່ແນ່ນອນ, ມີຄວາມຮູ້ທາງດ້ານກົດໝາຍ, ມີຜົນງານດີເດັ່ນ ໂດຍຜ່ານວຽກງານ ວິຊາສະເພາະຕົວຈິງ, ຍຶດຖືປະຊາທິປະໄຕ, ປະຕິບັດລະບອບຫົວໜ້າດຽວ, ມີສຸຂະພາບແຂງແຮງດີ, ມີຄວາມຮັບຜິດຊອບໃນໜ້າທີ່ການເມືອງຢ່າງໜັກແໜ້ນທີ່ພັກ-ລັດມອບໝາຍໃຫ້, ມີຜົນງານ ແລະ ຜົນສໍາເລັດໃນຫຼາຍດ້ານ.

ພ້ອມນັ້ນ ຍັງຍົກໃຫ້ເຫັນມາດຖານສຳລັບຜູ້ຈະມາເປັນເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະພັກ, ປະທານກວດກາ, ຄະນະພັກ, ຫົວໜ້າພະແນກ, ຮອງພະແນກ, ຫົວໜ້າ ປກສ ກຸ່ມບ້ານ, ຮອງຫົວໜ້າ ປກສ ກຸ່ມບ້ານ ແລະ ຫົວໜ້າໜ່ວຍງານຂັ້ນຕ່າງໆ .

   ໂອກາດດັ່ງກ່າວ ຄະນະຮັບຜິດຊອບຊຸກຍູ້ກອງປະຊຸມ ກໍ່ໄດ້ອະທິບາຍຄວາມໝາຍຄວາມສຳຄັນຂອງການທາບທາມ ແລະ ອະທິບາຍຊີ້ແຈງກ່ຽວກັບການຂີດບັດທາບທາມ, ຫຼັງຈາກນັ້ນຄະນະພັກ – ຄະນະກອງບັນຊາການ ປກສ ເມືອງ, ພະນັກງານຊີ້ນຳ – ນຳພາ ພະນັກງານ – ນັກຮົບກໍ່ໄດ້ພ້ອມກັນປ່ອນບັດທາບທາມບຸກຄະລາກອນ ທີ່ຈະກຳນົດເປັນພະນັກງານນຳພາ – ຄຸ້ມຄອງ, ສຳລັບການທາບທາມບຸກຄະລາກອນ ສ້າງແຜນກຳນົດພະນັກງານນຳພາ-ບັນຊາຂອງ 03 ກອງບັນຊາການ ປກສ ເມືອງ ກໍ່ຄື: ປກສ ເມືອງ ຄໍາເກີດ, ປກສ ເມືອງວຽງທອງ ແລະ ປກສ ເມືອງໄຊຈໍາພອນ  ໄລຍະປີ 2021-2025 ແມ່ນໄດ້ແບ່ງອອກເປັນ 03 ຮອບຈື່ງສໍາເລັດ.

ໃນໂອກາດດຽວກັນນີ້ ທ່ານຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ຍັງໄດ້ມອບຄອມພິວເຕີ່ຈຳນວນ 01 ຊຸດພ້ອມດ້ວຍປິນເຕີ່ຈຳນວນ 01 ເຄື່ອງ ລວມມູນຄ່າ 12,780,000 ກີບ ໃຫ້ແກ່ກອງບັນຊາການ ປກສ ເມືອງ ວຽງທອງ ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະອີກດ້ວຍ.

 

 

 

 

About admin11