ຄຳເກີດ ເຜີຍແຜ່, ເຊື່ອມຊືມ ນິຕິກຳກ່ຽວກັບວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ

ເພື່ອເຮັດໃຫ້ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫ້ອງການ, ອົງການກວດກາລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງ ແຕ່ລະຂັ້ນ, ຮັບຮູ້, ເຂົ້າໃຈ, ໜັກແໜ້ນກ່ຽວກັບໜ້າທີ່, ຂອບເຂດສິດ, ຂັ້ນຕອນ ແລະ ວິທີການດຳເນີນຄະດີການສໍ້ລາດບັງຫຼວງ, ໃນຕອນເຊົ້າຂອງວັນທີ 20 ຕຸລາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ຄຳເກີດ ໄດ້ຈັດພິທີເຜີຍແຜ່, ເຊື່ອມຊືມ ນິຕິກຳຂອງວຽກງານສະກັດກັ້ນ – ຕ້ານການສໍ້ລາດບັງຫຼວງ, ໃຫ້ກຽດເປັນປະທານໂດຍ ທ່ານ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ, ປະທານກວດກາພັກລັດແຂວງບໍລິຄຳໄຊ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫ້ອງການ ເຂົ້າຮ່ວມ.

ໃນກອງປະຊຸມ ຄະນະຮັບຜິດຊອບຂັ້ນແຂວງ ແລະ ອົງການກວດກາເມືອງ ໄດ້ຜັນປ່ຽນກັນຂື້ນເຜີຍແຜ່ເອກະສານ ຄື: ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ສະບັບ ເລກທີ 022/ຄບສພ, ລົງວັນທີ 13 ມັງກອນ 2017, ບົດແນະນຳ ຂອງອົງການກວດກາລັດຖະບານ ກ່ຽວກັບການດຳເນີນຄະດີການສໍ້ລາດບັງຫຼວງ ສະບັບເລກທີ 27/ອກລ, ລົງວັນທີ 30 ມັງກອນ 2018 ແລະ ເອກະສານຄຸ່ມືຕ້ານການສໍ້ລາດບັງຫຼວງ.

ຈຸດປະສົງ ເພື່ອເຮັດໃຫ້ວຽກງານອົງການກວດກາລັດ ແລະ ອົງການຕ້ານການ ສໍ້ລາດບັງຫຼວງ ແຕ່ລະຂັ້ນ ມີຄວາມເປັນເອກະພາບ, ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆ ທີ່ໄດ້ກໍານົດໄວ້.

About admins14