ບໍລິຄຳໄຊ ຄັດເລືອກນັກກິລາເປຕັງ ເຂົ້າຮ່ວມງານມະຫາກຳກິລາ ແຫ່ງຊາດ ທີ່ແຂວງຊຽງຂວາງເປັນເຈົ້າພາບ

ເພື່ອຄັດເລືອກເອົານັກກິລາຕາງໜ້າແຂວງ ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ທີ່ແຂວງຊຽງຂວາງເປັນເຈົ້າພາບ,  ພະແນກສຶກສາທິການ ແລະ ກີລາ ສົມທົບກັນຄະນະສະຫະພັນກິລາເປຕັ່ງ ແຂວງບໍລິຄຳໄຊ ໄດ້ຈັດການແຂ່ງຂັນກິລາເປຕັງຂຶ້ນ ໃນລະຫວ່າງວັນທີ 19 – 20 ຕຸລາ 2022 ຢູ່ເດີ່ນເປຕັ່ງແຂວງ ໂດຍການເປັນປະທານຂອງທ່ານ ຄໍາເພັດ ໄຊປັນຍາ ຮອງຫົວໜ້າພະແນກສືກສາທິການ ແລະ ກິລາ, ມີຄະນະຮັບຜິດຊອບ ແລະ ນັກກິລາພາຍໃນແຂວງ ເຂົ້າຮ່ວມ.

ການແຂ່ງຂັນຄັ້ງນີ້ ມີທັງໝົດ 36 ທີມ, ໃນນັ້ນ ມີທີມລຸ້ນທົ່ວໄປຊາຍ 23 ທີມ, ທີມລຸ້ນທົ່ວໄປຍິງ 13 ທີມ, ຜ່ານການແຂ່ງຂັນມາແຕ່ວັນທີ 19 – 20 ກັນຍາ 2022 ສາມາດສະຫຼຸບໄດ້ ດັ່ງນີ້: ຊະນະເລີດ ທີມຄູ່ຊາຍ ກອງບັນຊາການ ປກສ ແຂວງ ໄດ້ຮັບຂັນພ້ອມເງິນສົດ 2.000.000 ກີບ, ຮອງຊະນະເລີດ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຮັບຂັນພ້ອມເງິນສົດ 1.500.000 ກີບ, ທີ 3 ຮ່ວມ ທີມກອງບັນຊາການ ປກກສ ແຂວງ ແລະ ພະແນກສິ່ງແວດລ້ອມ ປກສ ແຂວງ ໄດ້ຮັບເງິນສົດທີມລະ 500.000 ກີບ.

ທີມຄູ່ຍິງ ຊະນະເລີດ ກອງບັນຊາການ ປກສ ແຂວງ ( 1 ) ໄດ້ຮັບຂັນພ້ອມເງິນສົດ 2.000.000 ກີບ, ຮອງຊະນະເລີດ ກອງບັນຊາການ ປກສ ແຂວງ ( 2 ) ໄດ້ຮັບຂັນພ້ອມເງິນສົດ 1.500.000 ກີບ ແລະ ທີ 3 ຮ່ວມ ທີມພະແນກສຶກສາທິການ ແລະ ກິລາ ແລະ ໂຮງຮຽນ ມໍປາຍປາກຊັນ ໄດ້ຮັບເງິນສົດທີມລະ 500.000 ກີບ.

ທີມຊຸດຊາຍ ຊະນະເລີດ ທີມພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຮັບຂັນພ້ອມເງິນສົດ 2.000.000 ກີບ, ຮອງຊະນະເລີດທີມ ພະແນກສີ່ງແວດລ້ອມ ກອງບັນຊາການ ປກສ ແຂວງ ໄດ້ຮັບຂັນພ້ອມເງິນສົດ 1.500.000 ກີບ ແລະ ທີ 3 ຮ່ວມ ທີມຍອດຊາຍເມືອງກຸຫຼາບ ແລະ ທີມກອງບັນຊາການ ປກສ ແຂວງ ໄດ້ຮັບເງິນສົດທີມລະ 500.000 ກີບ.

ຊະນະເລີດທີມຊຸດຍິງ ທີ 1 ທີມພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຮັບຂັນພ້ອມເງິນສົດ 2.000.000 ກີບ, ຮອງຊະນະເລີດ ກອງບັນຊາການ ປກສ ແຂວງ ໄດ້ຮັບຂັນພ້ອມເງິນສົດ 1.500.000 ກີບ ແລະ ທີ 3 ຮ່ວມ ທີມພະແນກຍຸຕິທຳ ແລະ ກອງບັນຊາການ ປກສ ແຂວງ ໄດ້ຮັບເງິນສົດທີມລະ 500.000 ກີບ ໂດຍການຜັດປ່ຽນກັນຂຶ້ນມອບຂອງລາງວັນຈາກປະທານ ແລະ ຮອງປະທານສະຫະພັນເປຕັ່ງແຂວງ.

ພາຍຫລັງທີ່ສຳເລັດການແຂ່ງຂັນແລ້ວ ຄະນະຮັບຜິດຊອບ ຈະໄດ້ຄັດເລືອກເອົານັກກິລາດີເດັ່ນ ເຂົ້າເປັນທິມທຳການຝຶກຊ້ອມ ກະກຽມຄວາມພ້ອມຊິງໄຊ ເພື່ອນຳເອົາຜົນງານ ມາໃຫ້ແຂວງບໍລິຄຳໄຊ.

About admins14