ຄຳເກີດ ສະເຫຼີມສະຫຼອງບຸນປະເພນີກິນຈຽງ ຊົນເຜົ່າມົ້ງ ປະຈຳປີ 2022

ງານບຸນປະເພນີສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໝ່ກີນຈຽງ (ນໍ່ເປ້ເຈົ່າ) ຂອງຊົນເຜົ່າມົ້ງ ຢູ່ເມືອງຄຳເກີດ ແຂວງ ບໍລິຄຳໄຊ ປະຈຳປີ 2022 ໄດ້ຈັດຂຶ້ນໃນລະຫ່ວາງ ວັນທີ 25 – 27 ທັນວາ 2022 ຢູ່ສະໜາມກິລາງົວຊົນ ບ້ານ ທົ່ງຈະເລີນ, ໃນຕອນເຊົ້າຂອງວັນທີ 26 ທັນວາ 2022 ໄດ້ເປີດພິທີເປັນທາງການ ເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ ຜູ້ຊີ້ນຳວຽກງານການເມືອງແນວຄິດ ວຽກພັກ – ພະນັກງານ, ມີທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ, ແຂກຖຶກເຊີນຈາກຂັ້ນແຂວງ, ເມືອງ, ພາກທຸລະກິດ, ມີເຈົ້າກົກເຈົ້າເລົ່າຊົນ, ຫົວໜ້າຊິງຊາວ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມ.

ທ່ານ ຫວັງເນັ່ງ ກາງເສົາຫວ່າງ ກຳມະການພັກເມືອງ ຄະນະປະທານຈັດງານບຸນ ໄດ້ຂຶ້ນກ່າວຕ້ອນຮັບເປີດງານບຸນປະເພນີກີນຈຽງ ນໍ່ເປເຈົ່າ ປະຈໍາປີ 2022 ຢູ່ເມືອງຄຳເກີດ ຢ່າງເປັນທາງການ, ບຸນກິນຈຽງຈັດຂຶ້ນເພື່ອສະຫຼຸບທົບທວນສະເຫຼີມສະຫຼອງຜົນງານທີ່ຍາດມາໄດ້ໃນໜຶ່ງປີຜ່ານມາ, ດ້ານຮີດຄອງ ແມ່ນເປັນການຈັດພາເຂົ້າຖະຫວາຍແກ່ບັນພະບູລຸດ ແລະ ຜູ້ທີ່ລ່ວງຫຼັບໄປ, ໃນດ້ານວັດທະນະທຳ ກໍ່ເປັນການບາສີສູ່ຂວັນສໍາມາຄະລະວະນໍາຜູ້ເປັນພໍ່-ແມ່ ແລະ ຜູ້ອາວຸໂສອວຍພອນສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ທີ່ຈະມາເຖິງ, ໄວໜຸ່ມ ບ່າວ-ສາວ ໂຍນໝາກຄອນເບີກບານມ່ວນຊື່ນ.

ໃນງານປີໃໝ່, ຜູ້ໃຫຍ່-ເດັກນ້ອຍ ທັງຍິງ – ຊາຍ ພາກພູມໃຈໃນຊຸດເຄື່ອງໃໝ່ທີ່ສະແດງເຖິງສີໄມ້ລາຍມື ແລະ ຄວາມສວຍງາມຂອງແຕ່ລະຄົນແຕ່ລະຊິງຊາວ ເຊິ່ງເວົ້າໄດ້ວ່າ: ພື້ນຖານວັດທະນະທຳແຫ່ງຊາດ ຍາມໃດກໍ່ມີລັກສະນະສະເພາະເປັນເອກະລັກຂອງຄວາມເປັນເຜົ່າໃນຊາດໜຶ່ງໆ, ປັດຈຸບັນ ໄດ້ຫັນຈາກການເຮັດງານບຸນຕາມໝູ່ບ້ານຕ່າງໆ ມາເປັນງານໃຫຍ່ລວມອັນດຽວໃນທົ່ວເມືອງ, ຫັນຈາກການຫຼິ້ນກິນ, ໂຍນໝາກຄອນແກ່ຍາວເປັນເດືອນໃນເມື່ອກ່ອນ ມາເປັນໄລຍະເວລາສັ້ນໆ ເພື່ອສ້າງເງື່ອນໄຂໃຫ້ພັກ – ລັດຂັ້ນເທິງ ມີໂອກາດເຂົ້າຮ່ວມ, ລູກຫຼານບໍ່ຂາດໂຮງຮຽນ, ພໍ່ແມ່ປະຊາຊົນບໍ່ເສຍເວລາໄປທຳການຜະລິດ ຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

ກິດຈະກຳງານປີໃໝ່ຊົນເຜົ່າມົ້ງຢູ່ເມືອງຄຳເກີດ ປະກອບມີ ການສະແດງສິລະປະບົດຟ້ອນ, ຮ້ອງເພງ, ເປົ່າແຄນຄູ່, ເປົ່າແຄນຊຸດ, ແຂ່ງຂັນກິລາຕີໝາກຄ່າງ, ງົວຊົນງົວ, ຫຼິ້ນໝາກຄອນ ບັນຍາກາດແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນຄຶກຄື້ນ ເນື່ອງຈາກ 2 ປີຜ່ານມາ ບໍ່ໄດ້ຈັດງານຍ້ອນການແຜ່ລະບາດເຊື້ອພະຍາດໂຄວິດ-19.

ໂອກາດທີ່ ທ່ານ ວັນວິໄລ ແດນພູຫຼວງ ເຂົ້າຮ່ວມບຸນປະເພນີກິນຈຽງເຜົ່າມົ້ງໃນຄັ້ງນີ້ ທ່ານໄດ້ຮຽກຮ້ອງໃຫ້ທຸກຊັ້ນຄົນທີ່ເຂົ້າຮ່ວມງານຈົ່ງໄດ້ຮັກສາຄວາມສະຫງົບ, ມີຄວາມປອດໄພ, ປະຫຍັດມັດທະຍັດ, ປະຕິບັດຖືກຕ້ອງຕາມຮີດຄອງປະເພນີ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ພ້ອມອວຍພອນມາຍັງຫົວຊິງຊາວ, ເຈົ້າກົກ, ເຈົ້າເຫຼົ່າ ຕະຫຼອດຮອດມວນຊົນທີ່ເຂົ້າຮ່ວມງານ ຈົ່ງມີສຸຂະພາບແຂງແຮງມີພະລາໄມສົມບູນ.

About admins14