ຮອງເລຂາພັກແຂວງ ອວຍພອນພະນັກງານຜູ່ຊົງຄຸນວຸດທິ ເມືອງຄຳເກີດ

ໃນວັນທີ 25 ທັນວາ 2022 ນີ້ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາຄະນະບໍລິຫານງານພັກແຂວງບໍລິຄໍາໄຊ ພ້ອມດ້ວຍອົງການຈັດຕັ້ງພາຄີ ແນວລາວສ້າງຊາດແຂວງ, ສະຫະພັນແມ່ຍິງແຂວງ, ສະຫະພັນກຳມະບານແຂວງ ແລະ ຊາວໜູ່ມແຂວງ ໄດ້ນຳເອົາກະຕ່າຂອງຂັວນ ເຂົ້່າອວຍພອນພະນັກງານຜູ້ຊົງຄຸນວຸດທິ, ເຈົ້າກົກເຈົ້າດຫຼົ່າຢູ່ເມືອງ ຄຳເກີດ ເນື່ອງໃນໂອກາດວັນສົ່ງທ້າຍປີເກົ່າຕ້ອນຮັບປີຂອງໃໝ່ຊົນເຜົ່າມົ້ງ ( ນໍ່ເປ້ເຈົ່າ).

ໃນນັ້ນໄດ້ເຂົ້າອວຍພອນຄອບຄົວ ທ່ານ ບຸນຮອງ ຊົງລາຫວ່າງ ອາດີດຄະນະປະຈຳພັກແຂວງ ອາດີດປະທານແນວລາວສ້າງຊາດແຂວງບໍລິຄຳໄຊ ສະໄໝທີ 3 ຢູ່ບ້ານໜອງປອງ, ທ່ານ ຢົງນູ່ ບ້ານອຸດົມ, ທ່ານ ບຸນສູງ ທ່ານ ເນັ່ງເລົາ ບ້ານນໍ້າຮີ, ທ່ານ ຫວັງເນັ່ງບ້ານໂພນສະອາດ ແລະ ທ່ານ ສອນແກ້ວ ກ່າງປາວວື່ ບ້ານທົ່ງແສນ ຮອງປະທານແນວລາວສ້າງຊາດແຂວງບໍລິຄໍາໄຊ.

ພ້ອມນັ້ນທ່ານ ວັນວິໄລ ແດນພູຫຼວງ ຕາງໜ້າໃຫ້ຄະນະພັກຄະນະປົກຄອງແຂວງ, ສະພາປະຊາຊົນແຂວງ ຍັງໄດ້ຖືເອົາໂອກາດນີ້ ຢ້ຽມຢາມຖາມຂ່າວດ້ານສຸຂະພາບ, ກໍ່ຄືຊີວິດການເປັນຢູ່ພະນັກງານຜູ່ຊົງຄຸນວຸດທິ, ເຈົ້່າກົກເຈົ້າເຫຼົ່າ ຫົວໜ້າຊິງຊາວ ຫຼັງໄດ້ຮັບພັກຜ່ອນ ອູດໜູນບໍານານ, ເຊີ່ງຕະຫຼອດໄລຍະຜ່ານມາ ກໍ່ຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະແຂວງບໍລິຄຳໄຊ ກໍ່ຄືເມືອງຄຳເກີດ ເຊີ່ງພວກທ່ານແມ່ນໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ເຮັດສຳເລັດໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ມີໄຊທຸກຂະບວນການ ໃນໄລຍະປະຕິບັດໜ້າທີ່ການເມືອງ.

About admins14