ການຄ້າສະຫຼຸບວຽກງານ ປະຈໍາປີ 2022

ກອງປະຊຸມສະຫຼຸບວຽກງານຂົງເຂດອຸດສາຫະກໍາ ແລະ ການຄ້າ ແຂວງ ປະຈໍາປີ 2022 ໄດ້ຈັດຂຶ້ນໃນວັນທີ 26 ທັນວາ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄໍາໄຊ ມີຄະນະພະແນກ, ຂະແໜງການ, ອຸດສາຫະກໍາ ແລະ ການຄ້າ 7 ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ຜ່ານບົດສະຫຼຸບວຽກງານ ປະຈໍາປີ 2022 ເຫັນວ່າ ຫຼາຍງຽກງານໄດ້ຮັບການຈັດຕັ້ງປະຕິບັດ ດ້ວຍຄວາມເອົາໃຈໃສ່ສູງ ແລະ ສໍາເລັດ ຕາມແຜນການທີ່ວາງໄວ້ ເປັນຕົ້ນແມນອັດຕາການຂະຫຍາຍຕົວຂອງອຸດສາຫະກຳປຸງແຕ່ງ 14,26% ລື່ນຄາດໝາຍ 4,23%, ມູນຄ່າຜະລິດຕະພັນທັງໝົດ 1.586,45 ລ້ານກີບ, ອັດຕາຂະຫຍາຍຕົວດ້ານການຄ້າ 58,49% ລື່ນຄາດໝາຍ 48,49% ສາເຫດແມ່ນຍ້ອນລາຄາສິນຄ້າເພີ່ມຂຶ້ນໃນລະດັບສູງ, ລວມມູນຄ່າຕົວເລກຈໍລະຈອນສິນຄ້າ 4.214,33 ລ້ານກີບ, ການສົ່ງອອກບັນລຸ 225 ລ້ານກວ່າໂດລາ, ພ້ອມນັ້ນວຽກທະບຽນວິສາຫະກິດ, ວຽກງານສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ວຽກງານຊັບສິນທາງປັນຍາ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການປັບປຸງ ແລະ ພັດທະນາ ໃຫ້ດີຂຶ້ນເປັນລໍາດັບ.

ຫຼັງຈາກນັ້ນ ໄດ້ຮັບຟັງລາຍງານ ວຽກງານທີ່ພົ້ນເດັ່ນຕ່າງໆ ໂດຍສະເພາະແມ່ນວິທີ ແລະ ມາດຕະການແກ້ໄຂບັນຫາ ການຄຸ້ມຄອງລາຄາສິນຄ້າໃຫ້ເປັນປົກກະຕິ, ການເປີດຕະຫຼາດ ຫຼື ການໃຫ້ສິທິພິເສດ ທາງດ້ານການຄ້າ ຂອງບັນດາປະເທດໃຫ້ແກ່ ສປປ ລາວ, ການສ້າງໂຮງງານອຸດສາຫະກຳປຸງແຕ່ງຕົວແບບ, ການຊຸກຍູ້ສົ່ງເສີມວຽກງານອຸດສາຫະກໍາ ແລະ ການຄຸ້ມຄອງເນື້ອທີ່ດິນອຸດສາຫະກຳ, ການສົ່ງເສີມບົນດາຫົວໜ່ວຍທຸລະກິດ ໃຫ້ເຂົ້າເຖີງແຫຼ່ງທຶນ ແລະ ວຽກງານອື່ນໆ.

ເພື່ອເປັນທິດຊີ້ນໍາ ໃນການຈັດຕັ້ງປະຕິບັດ ທ່ານຮອງເຈົ້າແຂວງ ຍັງໄດ້ໃຫ້ກຽດໂອລົມຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ວຽກງານການເມືອງແນວຄິດ ໃຫ້ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງບັນດາວຽກງານ, ມີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ສຸມໃສ່ຄຸ້ມຄອງລາຄາສິນຄ້າ ແຕ່ຂອດກົກ ຈົນຮອດຂອດປາຍ, ເອົາໃຈໃສ່ການຄຸ້ມຄອງໂຄງສ້າງລາຄາ ເປັນພື້ນຖານໃນການກໍານົດລາຄາ ແລະ ຕິດຕາມກວດກາຢ່າງເປັນປົກກະຕິ ຕໍ່ກັບການເໜັງຕີງຂອງລາຄາສິນຄ້າ, ວາງແຜນໃນການຄຸ້ມຄອງ ເນື້ອທີ່ດິນອຸດສາຫະກໍາ ຢ່າງມີປະສິດທິພາບ ເພື່ອເຮັດໃຫ້ການດຶງດູດການລົງທຶນ ມີຄວາມສະດວກ, ວາງແຜນນະໂຍບາຍຊຸກຍູ້ ແລະ ກໍານົດກິດຈະກໍາປິ່ນອ້ອມ ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ຄຸ້ມຄອງການນໍາເຂົ້າ-ສົ່ງອອກ ດ້ວຍການສ້າງແຜນດຸ່ນດ່ຽງສິນຄ້າ ເພື່ອເປັນພື້ນຖານໃນການຫຼຸດຜ່ອນການນໍາເຂົ້າສິນຄ້າ ທີ່ບໍ່ຈໍາເປັນ, ເອົາໃຈໃສ່ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ປະສານງານຢ່າງກົມກ່ຽວ ລະຫວ່າງບັນດາຂະແໜງການທີ່ກ່ຽວຂ້ອງ, ລະຫວ່າງເມືອງ ຕາມການແບ່ງງານແບ່ງຄວາມຮັບຜິດຊອບ ເພື່ອເຮັດໃຫ້ວຽກງານໄດ້ຮັບການຈັດຕັ້ງປະຕິບັດ ແລະ ສໍາເລັດ ຕາມແຜນການທີ່ວາງໄວ້.

About admins14