ຄຳເກີດ ສະເຫລີມສະຫລອງວັນໂພຊະນາການແຫ່ງຊາດ ແລະ ວັນສັບປະດາສາກົນການສົ່ງເສີມລ້ຽງລູກດ້ວຍນົມແມ່

ໃນຕອນເຊົ້າຂອງວັນທີ 30 ສິງຫາ 2021 ທີ່ຫ້ອງການບ້ານໃຫຍ່ຫນອງປ໋ອງ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີສະເຫລີມສະຫລອງວັນໂພຊະນາການແຫ່ງຊາດ ແລະ ວັນສັບປະດາສາກົນການສົ່ງເສີມລ້ຽງລູກດ້ວຍນົມແມ່ ພາຍໃຕ້ການເປັນປະທານຂອງທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄຳເກີດ.

ທ່ານ ດຣ ອໍາພອນ ພົມມະສານ ຫົວຫນ້າຫ້ອງການສາທາລະນະສຸກເມືອງຄໍາເກີດ ໄດ້ສະເໜີປະຫວັດຄວາມເປັນມາຂອງວຽກງານໂພຊະນາການຂອງ ສປປ ລາວ ວ່າ: ໂພຊະນາການແມ່ນມີຄວາມໝາຍກວ້າງຂວາງ ເຊິ່ງກວມເອົາຫຼາຍຂະບວນການ ນັບແຕ່ຜະລິດອາຫານແບບຕ່ອງໂສ້, ການແຈກຢາຍອາຫານ ການແປຮູບອາຫານ ຈົນເຖິງຜູ້ບໍລິໂພກ, ຢູ່ ສປປ ລາວ ສະພາບການຂາດອາຫານ ເຮັດໃຫ້ມີການສູນເສຍທາງດ້ານເສດຖະກິດ ຄາດຄະເນປະມານ 197 ລ້ານໂດລາສະຫະລັດຕໍ່ປີ, ປະມານ 2,4% ຂອງຍອດລວມຜະລິດຕະພັນພາຍໃນ ຄາດຄະເນປະມານ 124 ລ້ານໂດລາສະຫະ ລັດ ຫຼື 73% ຂອງການສູນເສຍນີ້ ແມ່ນເນື່ອງຈາກການຂາດສານອາຫານເກີດຂຶ້ນໃນຊ່ວງໄລຍະ 1.000 ວັນ ທໍາອິດຂອງຊີວິດ ເຊິ່ງນັບຢູ່ໃນທ້ອງແມ່ຮອດ 2 ປີ.

ຈາກນັ້ນ ທ່ານ ດຣ ບັງອອນ ໄພມະນີ ຮອງພະແນກອະນາໄມສົ່ງເສີມສຸຂະພາບ ພະແນກສາທາລະນະສຸກແຂວງບໍລິຄໍາໄຊ ໄດ້ສະເໜີຄຸນປະໂຫຍດຂອງການສົ່ງເສີມລ້ຽງລູກດ້ວຍນົມແມ່ ແລະ ອາຫານ 6 ໝູ່ທີ່ຈໍາເປັນໃນຊີວິດປະຈໍາວັນຂອງຄົນເຮົາ, ພ້ອມນັ້ນ ກໍ່ໄດ້ຖາມ-ຕອບ ກ່ຽວກັບວັນໂພຊະນາການແຫ່ງຊາດ ແລະ ວັນສັບປະດາສາກົນການສົ່ງເສີມລ້ຽງລູກດ້ວຍນົມແມ່ ເພື່ອໃຫ້ປະຊາຊົນທີ່ເຂົ້າຮ່ວມຮູ້ ແລະ ເຂົ້າໃຈວຽກງານດັ່ງກ່າວໃຫ້ຫຼາຍຂຶ້ນ.

About admin11