ອົງການພຸດທະສາສະໜາສໍາພັນລາວເມືອງບໍລິຄັນ ມອບເງິນປະກອບສ່ວນເຂົ້າໃນການສ້າງທາງເບຕົ່ງ

ໃນຕອນບ່າຍຂອງວັນທີ່ 27 ສີງຫາ 2021 ຢູ່ຫ້ອງວ່າການປົກຄອງເມືອງບໍລິຄັນ ແຂວງບໍລິຄຳໄຊ ອົງການພຸດທະສາສະໜາສໍາພັນລາວ ເມືອງບໍລິຄັນ ໄດ້ມອບເງີນ ຈໍານວນ 2,000,000 ກີບ ເພື່ອປະກອບສ່ວນສົມທົບທືນເຂົ້າໃນການສ້າງທາງເບຕົ່ງຂອງເມືອງ, ໃຫ້ກຽດກ່າວມອບໂດຍພະອາຈານ ໄຄ ໃຊຍະຈັກ ຮອງຄະນະອົງການພຸດທະສາສະໜາສໍາພັນລາວເມືອງບໍລິຄັນ, ໃຫ້ກຽດກ່າວຮັບໂດຍ ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ ພ້ອມດ້ວຍຄະນະນໍາຂັ້ນເມືອງ.

ໂອກາດດັ່ງກ່າວ ທ່ານເຈົ້າເມືອງ ກໍໄດ້ສະແດງຄວາມຂອບໃຈອົງການພຸດທະສາສະໜາສໍາພັນລາວເມືອງ ທີ່ໄດ້ນໍາເອົາເງີນຈໍານວນດັ່ງກ່າວ ມາມອບໃຫ້ເມືອງ ແລະ ຈະນໍາເອົາເງີນດັ່ງກ່າວນີ້ໄປມອບໃຫ້ແກ່ອໍານາດການປົກຄອງບ້ານ ເພື່ອຊື້ອຸປະກອນຕ່າງໆ ໃນການສ້າງທາງເບຕົ່ງພາຍໃນເມືອງ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໃວ້.

ການສ້າງເສັ້ນທາງເບຕົ່ງ ຂອງພໍ່ແມ່ປະຊາຊົນ 3 ບ້ານເທດສະບານ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ່ 24 ພືດສະພາ 2021 ຜ່ານມາ, ມາຮອດປະຈຸບັນສາມາດສ້າງໄດ້ຕາມລະດັບຄາດໝາຍຕາມແຜນການທີ່ວາງໄວ້.

ບ້ານ ນາແຫນ ໄລຍະທາງໃນການກໍ່ສ້າງມີຄວາມຍາວ 390 ແມັດ ສາມາດສ້າງສໍາເລັດແລ້ວ 100%, ບ້ານ ວັດທາດ ໄລຍະທາງໃນການກໍ່ສ້າງ 290 ແມັດ ສາມາດສ້າງສໍາເລັດແລ້ວ 100%, ບ້ານ ໂພນມຸງຄູນ ໄລຍະທາງໃນການກໍ່ສ້າງ 920 ແມັດປະຕິບັດໄດ້ແລ້ວ 430 ແມັດ ເທົ່າກັບ 50%, ສະເລ່ຍທັງ 3 ບ້ານແມ່ນສ້າງສໍາເລັດແລ້ວ 85 %.

About admin11