ເລຂາສູນກາງ ຊປປລ ຢ້ຽມຢາມຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ

ໃນວັນທີ 25 ສິງຫາ 2021 ຢູ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມແຂວງ ສະຫາຍ ທອງມະນີ ໂຄດປັນຍາ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ.

ການຢ້ຽມຢາມໃນຄັ້ງນີ້ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຊາວໜຸ່ມແຂວງ ໄດ້ລາຍງານຫຍໍ້ວຽກງານຮອບດ້ານທີ່ພົ້ນເດັ່ນ ຂອງຊາວໜຸ່ມ-ເຍົາວະຊົນໃນໄລຍະ 1 ປີ ຜ່ານມາ ເປັນຕົ້ນ ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຜູ້ແທນຊາວໜຸ່ມທົ່ວປະເທດ ຢູ່ບັນດາເມືອງ ແລະ ຮາກຖານອ້ອມຂ້າງແຂວງ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂອງເຍົາວະຊົນ ວຽກງານຊ່ວຍເຫຼືອສັງຄົມ, ວຽກຕອບບຸນແທນຄຸນ.

ໂອກາດນີ້ ສະຫາຍເລຂາສູນກາງຊາວໜຸ່ມ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານດັ່ງກ່າວ ພ້ອມເນັ້ນໜັກໃຫ້ຄະນະຊາວໜຸ່ມແຂວງ ຈົ່ງສຸມໃສ່ໃຫ້ນຳເອົາມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດລົງສູ່ງຮາກຖານ, ຍົກສູງຄວາມສາມາດໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກ-ເຍົາວະຊົນ ດ້ວຍຫຼາຍຮູບການ ແລະ ວິທີການໃໝ່ ທີ່ແທດເໝາະກັບຊາວໜຸ່ມ-ເຍົາວະຊົນ, ນຳໃຊ້ລະບົບ IT ເຂົ້າໃນການໂຄສະນາ ສຶກສາອົບຮົມ ເຂົ້າເຖິງຈິດຕະສາດ ແລະ ຄວາມມັກຂອງຊາວໜຸ່ມ-ເຍົາວະຊົນ, ສຸມໃສ່ປັບປຸງການຈັດຕັ້ງໃຫ້ເຂັ້ມແຂງ ສ້າງຂະບວນການໃຫ້ຟົດຟຶ້ນຕໍ່ເນື່ອງ ເປັນຕົ້ນ: ເອົາໃຈໃສ່ເຕົ້າໂຮມເອົາກຳລັງແຮງ ເພື່ອສືບຕໍ່ຊ່ວຍເຫຼືອສັງຄົມຕໍ່ໄປ.

ຈາກນັ້ນ ຄະນະໄດ້ເຂົ້າເບິ່ງຫ້ອງຮຽນພາສາອັງກິດ, ຄອມພິວເຕີ ຂະແໜງພັດທະນາວິຊາຊີບ ພ້ອມທັງໃຫ້ຄຳແນະນຳໃນການຈັດຕັ້ງປະຕິບັດຕໍ່ໄປ.

ນອກຈາກນີ້ ຄະນະນຳສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຍັງໄດ້ມອບເງິນສົດ ຈຳນວນ 2.000.000 ກີບ, ໂຊລາເຊວ 2 ຊຸດ, ເສື້ອຊູຊີບ 20 ຜືນ ແລະ ອຸປະກອນການສຶກສາຈຳນວນໜຶ່ງ ລວມມູນຄ່າທັງໝົດ 4.200.000 ກີບ ໃຫ້ຄະນະບໍລິຫານງານຊາວໜຸ່ມແຂວງ ເພື່ອນໍາໃຊ້ເຂົ້າໃນວຽກງານຕໍ່ໄປ.

About admins14