ຄຳເກີດ ປຶກສາຫາລື ວຽກງານໂຄງການຊອກຄົ້ນ-ສໍາຫລວດ ແລະ ຂຸດຄົ້ນແຮ່ທາດ

ໃນຕອນເຊົ້າວັນທີ 9 ກັນຍາ 2021 ທີ່ຫ້ອງປະຊຸມ ຫ້ອງວ່າການເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປຶກສາຫາລື ການລົງເຄື່ອນໄຫວ ຕິດຕາມ ກວດກາ ແລະ ຊຸກຍູ້ບັນດາໂຄງການຊອກຄົ້ນ-ສໍາຫລວດ ແລະ ຂຸດຄົ້ນແຮ່ທາດ ທີ່ເມືອງຄໍາເກີດ ພາຍໃຕ້ການເປັນປະທານຂອງທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ, ມີພະນັກງານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ເຈົ້າຂອງໂຄງການ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ປຶກສາຫາລືບາງບັນຫາ ເຊັ່ນ: ການຕອບສະໜອງຄວາມເສຍຫາຍຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການ, ການສໍາຫຼວດຄວາມເປັນໄປໄດ້ ແລະ ການເຄື່ອນໄຫວຂອງໂຄງການ ໃຫ້ເຂົ້າກັບລະບົບຂອງຂັ້ນເທິງວາງອອກ ເພື່ອໃຫ້ສອດຄ່ອງກັບກົດໝາຍໃນການຂຸດຄົ້ນບໍ່ແຮ່ໃນ ສປປ ລາວ.

ຈາກນັ້ນ ເຈົ້າຂອງໂຄງການຜະລິດຫີນອ່ອນມາໂບ່ ແລະ ຕາງໜ້າໂຄງການຂຸດຄົ້ນຫີນແກ້ວກາສຊິດ ໄດ້ລາຍງານການເຄື່ອນໄຫວວຽກງານທີ່ທາງໂຄງການໄດ້ຈັດຕັ້ງປະຕິບັດຜ່ານມາ.

ພ້ອມນັ້ນ ປະທານກອງປະຊຸມ, ຄະນະປະທານ, ເຈົ້າຂອງໂຄງການ ພ້ອມພະແນກການທີ່ກ່ຽວຂ້ອງ ໄດ້ເດີນທາງໄປໂຮງງານຜະລິດຫີນອ່ອນມາໂບ່ ແລະ ສະຖານທີ່ຂຸດຄົ້ນຫີນແກ້ວກາສຊິດ ທີ່ບ້ານທົ່ງວຽງຄໍາ ເພື່ອຕິດຕາມ ກວດກາໂຄງການດັ່ງກ່າວ ໃຫ້ມີປະສິດທິພາບສູງ.

About admin11