ປກສ ເມືອງວຽງທອງ ປະກາດແຕ່ງຕັ້ງນາຍຕໍາຫຼວດຂັ້ນນໍາພາ – ບັນຊາ

ຕອນເຊົ້າຂອງວັນທີ 7 ກັນຍາ 2021 ກອງບັນຊາການ ປກສ ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດແຕ່ງຕັ້ງນາຍຕໍາຫຼວດຂັ້ນນໍາພາ-ບັນຊາ ຂຶ້ນຢູ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະພັກ-ຄະນະບັນຊາ, ພະນັກງານ ພາຍໃນກອງບັນຊາການ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ພິທີ ທ່ານ ພັທ ອວດ ວົງໄຊ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 1428/ປກສ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໂດຍຕົກລົງແຕ່ງຕັ້ງ ທ່ານ ພັຕ ຄໍາພວຍ ກໍເພັງນະວົງ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງທອງ.

ຕອນທ້າຍພິທີ ໄດ້ຮັບຟັງການໂອ້ລົມຈາກ ທ່ານ ພັອ ກົງຈັນ ໄຊປັນຍາ ໂດຍທ່ານໄດ້ເນັ້ນໜັກໃຫ້ພະນັກງານທຸກສະຫາຍ ສືບຕໍ່ເອົາໃຈໃສ່ເຮັດໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ເມືອງວຽງທອງມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ, ສືບຕໍ່ຮັກສາມູນເຊື້ອ ແລະ ຄວາມເປັນແບບຢ່າງນໍາໜ້າ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ, ຈັນຍາທໍາຢ່າງໜັກແໜ້ນ ໃຫ້ສົມກັບຄໍາເວົ້າທີ່ວ່າ ຕໍາຫຼວດປະຊາຊົນ, ມາຈາກປະຊາຊົນ ແລະ ເພື່ອປະຊາຊົນ.

About admin11