ປະທານສະພາປະຊາຊົນແຂວງ ມອບເຄື່ອງໃຫ້ສູນກັກກັນ ເມືອງຄໍາເກີດ

ໃນຕອນແລງຂອງວັນທີ 9 ກັນຍາ 2021 ທີ່ໂຮງແຮມໄຊໂຍ ສູນກັກກັນເມືອງຄໍາເກີດ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນ ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ນໍາເຄື່ອງມາມອບໃຫ້ນັກສຶກສາທີ່ມາຈາກ ຮ່າໂນ່ຍ ສສ ຫວຽດນາມ ທີ່ກັກກັນໂຕ ໂດຍມີທ່ານ ກີ່ ຊົງລາວ່າງ ຮອງເລຂາພັກເມືອງ ຫົວຫນ້າຫນ່ວຍສະເພາະກິດຂັ້ນເມືອງ ພ້ອມພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ມີ ເຂົ້າສານ 4 ເປົາ ແລະ ນໍ້າດື່ີມ 40 ແພັກ ລວມມູນຄ່າ 1 ລ້ານ 5 ແສນກີບ ກ່າວມອບໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນ ແຂວງບໍລິຄໍາໄຊ ຕາງໜ້າກ່າວຮັບໂດຍ ທ່ານ ກີ່ ຊົງລາວ່າງ ຮອງເລຂາພັກເມືອງ ຫົວຫນ້າຫນ່ວຍສະເພາະກິດຂັ້ນເມືອງ.

 

About admin11