ຄຳເກີດ ປະກາດການສ້າງຕັ້ງ ແລະ ຄະນະນຳຫ້ອງການເຕັກໂນໂລຊີ ແລະ ການສື່ສານເມືອງ

ໃນຕອນເຊົ້າຂອງວັນທີ 3 ພຶດສະພາ 2022 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງການວ່າການປົກຄອງເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດການສ້າງຕັ້ງຫ້ອງການ ແລະ ການຈັດຕັ້ງ ຫ້ອງການເຕັກໂນໂລຊີ ແລະ ການສື່ສານເມືອງຄຳເກີດ, ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວໂດຍທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ, ທ່ານ ລັງສີ ແກ້ວວິເສດ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຫົວໜ້າ, ຄະນະຫ້ອງການພາຍໃນເມືອງ, ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ດວງມະນີ ສີບຸນເຮືອງ ຮອງຫົວໜ້າຫ້ອງການພາຍໃນໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງຄຳເກີດ ເລກທີ 046 / ມຄກ ລົງວັນທີ 24 ມັງກອນ 2022 ວ່າດ້ວຍການປ່ຽນຊື່ຫ້ອງຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງ ມາໃສ່ຊື່ ຫ້ອງການເຕັກໂນໂລຊີ  ແລະ ການສື່ສານເມືອງຄຳເກີດ ແລະ ພ້ອມທັງຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງຄຳເກີດ ເລກທີ 122/ ມຄກ ລົງວັນທີ 11 ມີນາ 2022 ວ່າດ້ວຍການແຕ່ງຕັ້ງທ່ານ ສົມພອນ ຄຳສຸກຖາວົງ ເປັນຫົວໜ້າຫ້ອງການເຕັກໂນໂລຊີ ແລະ ການສື່ສານ ເມືອງຄຳເກີດ, ແຕ່ງຕັ້ງທ່ານ ຈັນດີ ເຮືອງທະວີ ແລະ ທ່ານ ຄຳອຽວ ແກ້ວສຸວັນ ເປັນຮອງຫົວໜ້າຫ້ອງການ.

ປະທານໄດ້ມີຄຳເຫັນໂອ້ລົມ ຊີ້ນຳຜູ້ທີ່ຖືກແຕ່ງຕັ້ງ ໂດຍຮຽກຮ້ອງໃຫ້ແຕ່ລະສະຫາຍ ຈົ່ງເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ສຶກສາເຕັກໂນໂລຊີໃໝ່, ເອົາໃຈໃສ່ຮັກສາຄວາມສາມັກຄີພາຍໃນ – ພາຍນອກ, ພ້ອມກັນຊີ້ນໍາ – ນໍາພາອ້າຍນ້ອງ ໃນການປະຕິບັດແນວທາງ, ມະຕິ, ຄໍາສັ່ງທີ່ຂັ້ນເທິງວາງອອກໃນແຕ່ລະໄລຍະ, ເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານໃຫ້ທັນກັບຄວາມຮຽກຮ້ອງຕ້ອງການ ແລະ ພັດທະນາຕົນເອງໃຫ້ທັນກັບການປ່ຽນແປງຂອງຍຸກສະໄໝ.

About admin11