ກອງປະຊຸມ ວຽກງານຄຸ້ມຄອງປ່າປ້ອງກັນແຫຼ່ງນໍ້າ ເຂດອ່າງໂຕ່ງນ້ຳຍ້ວງຕອນໃຕ້ ປະຈຳໄຕມາດ 3

ໃນຕອນເຊົ້າຂອງວັນທີ 29 ເມສາ 2022 ທີ່ຫ້ອງປະຊຸມໂຄງການຄຸ້ມຄອງປ່າປ້ອງກັນແຫຼ່ງນ້ຳເຂດອ່າງໂຕ່ງນ້ຳຍ້ວງຕອນໃຕ້ ໄດ້ຈັດກອງປະຊຸມສະຫລຸບຜົນການຈັດຕັ້ງປະຕິບັດ ວຽກງານ ຄຸ້ມຄອງປ່າປ້ອງກັນແຫຼ່ງນໍ້າເຂດອ່າງໂຕ່ງນ້ຳຍ້ວງຕອນໃຕ້ ປະຈຳໄຕມາດ 3 ແລະ ທິດທາງແຜນການໃນຕໍ່ຫນ້າ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສອນໄຊ  ພົມມະວົງ ຮອງຫົວຫນ້າພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ແລະ ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄຳເກີດ, ມີຄະນະກຳມະການຂອງໂຄງການ ພ້ອມດ້ວຍພະແນກການກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ປຸນຍະສານ ສີພາພົມມະຈັນ ເຈົ້າຂອງໂຄງການຄຸ້ມຄອງປ້ອງກັນແຫຼ່ງນ້ຳເຂດອ່າງໂຕ່ງນ້ຳຍ້ວງຕອນໃຕ້ ໄດ້ຂຶ້ນຜ່ານຜົນການຈັດຕັ້ງປະຕິບັດປະຈໍາໄຕມາດ 3 ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ທ່ານໃຫ້ຮູ້ວ່າ: ປ່າປ້ອງກັນເຂດອ່າງໂຕ່ງນໍ້າຍ້ວງຕອນໃຕ້ແມ່ນປ່າປ້ອງກັນແຫ່ງໜຶ່ງ ທີ່ນອນຢູ່ໃນພື້ນທີ່ປ່າປ້ອງກັນແຫ່ງຊາດນໍ້າມ່ວນ-ນໍ້າຍ້ວງ ມີເນື້ອທີ່ທັງໝົດ 54.517 ເຮັກຕ່າ ກວມ 3,41% ຂອງເນື້ອທີ່ທົ່ວແຂວງ, ປ່າປ້ອງກັນແຫ່ງນີ້ ແມ່ນຈຸດເຊື່ອມຕໍ່ລະຫວ່າງ ປ່າສະຫງວນແຫ່ງຊາດນໍ້າກະດິງ ແລະ ປ່າສະຫງວນພູຈອມວອຍ ກວມເນື້ອທີ່ຂອງ 3 ເມືອງ ຄື: ເມືອງຄໍາເກີດ, ວຽງທອງ ແລະ ໄຊຈໍາພອນ.

ເມືອງຄໍາເກີດມີ 5 ບ້ານທີ່ນອນຢູ່ໃນພື້ນທີ່ໂຄງການ ຄື: ບ້ານທ່າສາລາ, ທົ່ງວຽງຄໍາ, ແກ້ວແສນຄໍາ, ຊໍາເຕີຍ ແລະ ນາຈະໄຫຼ ໂດຍມີ 7 ກິດຈະກໍາຫຼັກທີ່ກໍານົດໄວ້ໃນແຜນປີ 2022 ມີ: ສ້າງຄວາມສາມາດໃນການປະຕິບັດການຄຸ້ມຄອງອ່າງໂຕ່ງ, ການມີສ່ວນຮ່ວມຂອງຊຸມຊົນໃນການປົກປັກຮັກສາປ່າໄມ້ຕິດພັນກັບຊີວິດການເປັນຢູ່, ວຽກງານກວດກາລາດຕະເວນມີສ່ວນຮ່ວມ, ການແກ້ໄຂສະນໍາ ແລະ ເຄື່ອນຍ້າຍສັດອອກຈາກໜ້າອ່າງ, ວຽກງານໂຄສະນາປູກຈິດສໍານຶກ, ວຽກງານກວດການຕິດຕາມ ແລະ ວຽກງານບໍລິຫານ.

 

About admin11