ຝຶກອົບຮົມສົ່ງເສີມ ການສ້າງສັນຍາລະຫວ່າງນັກລົງທຶນ ແລະ ຜູ້ອອກແຮງງານ ຢູ່ເມືອງທ່າພະບາດ

ວັນທີ 28 -29 ເມສາ 2022 ອົງການ GIZ ຮ່ວມກັບພາກລັດ ລົງສົ່ງເສີມວຽກງານ ການສ້າງສັນຍາລະຫວ່າງນັກລົງທຶນ ແລະ ປະຊາຊົນຜູ້ອອກແຮງງານ ພາຍໃນເມືອງ ທ່າພະບາດ ແຂວງບໍລິຄຳໄຊ ຈໍານວນ 2 ບໍລິສັດ ຄື: ບໍລິສັດເກດລໍາເບີ ບ້ານ ຍ່ອຍໄຮ ແລະ ໂຮງງານ ຢາງພາລາ ວິໄລພັນ ບ້ານ ທວາຍໃຫຍ່.

ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຂັນແກ້ວ ອຸປຣະວັນ ຫົວໜ້າສົ່ງເສີມຄຸນນະພາບການລົງທຶນຂອງ GIZ ແລະ ທ່ານ ດຣ ນິດຖາ ບຸບຜາ ຮອງຫົວໜ້າສູນຝຶກອົບຮົມພະນັກງານ ຄຸ້ມຄອງເສດຖະກິດ – ແຜນການ ກະຊວງແຜນການ ແລະ ການລົງທຶນ, ມີພະແນກການຂັ້ນແຂວງ, ເມືອງ, ການຈັດຕັ້ງບ້ານ, ນັກລົງທຶນ ແລະ ຜູ້ອອກແຮງງານທັງສອງບໍລິສັດ ເຂົ້າຮ່ວມ.

ໃນການລົງເຄື່ອນໄຫວໃນຄັ້ງນີ້ ໄດ້ນໍາເອົານິຕິກໍາທີ່ກ່ຽວຂ້ອງກັບການເຮັດສັນຍາ ມາເຜີຍແຜ່ ໃຫ້ປະຊາຊົນ ແລະ ນັກລົງທຶນ ໄດ້ຮັບຊາບ ເປັນຕົ້ນແມ່ນ ສັນຍາເຊົ່າດິນ, ສັນຍາກະສິກໍາ ແລະ ສັນຍາແຮງງານ ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມສາມາດຮັບຮູ້ ເຂົ້າໃຈກ່ຽວກັບ ພື້ນຖານການເຮັດສັນຍາ, ເງື່ອນໄຂການເຮັດສັນຍາຕ່າງໆ ພ້ອມນັ້ນ ຍັງໄດ້ອໍານວຍຄວາມສະດວກໃຫ້ການປຶກສາຫາລື, ແລກປ່ຽນສົນທະນາໃນການພັດທະນາ ແລະ ເຈລະຈາ ຕົກລົງສ້າງສັນຍາ ລະຫວ່າງນັກລົງທຶນ ແລະ ຜູ້ອອກແຮງງານ  ບົນພື້ນຖານການກໍານົດເງື່ອນໄຂຂອງສັນຍາທີ່ເປັນທໍາທັງສອງຝ່າຍ.

 

 

About admin11