ຄຳເກີດ ຄ້ວາລາງວັນຊະນະເລີດ ງານປະກວດສິລະປະນັກຮຽນມັດທະຍົມສຶກສາທົ່ວແຂວງບໍລິຄໍາໄຊ ຄັ້ງທີ 5 ທີ່ເມືອງປາກກະດິງ

ງານປະກວດສິລະປະ ນັກຮຽນມັດທະຍົມສຶກສາທົ່ວແຂວງ ບໍລິຄໍາໄຊ ຄັ້ງທີ 5 ທີ່ເມືອງ ປາກກະດິງ ໄດ້ຮັບກຽດເປັນເຈົ້າພາບ ໄດ້ຈັດຂື້ນ ແລະ ສຳເລັດລົງໃນຕອນເຊົ້າວັນທີ 24 ພຶດສະພາ 2022 ຢູ່ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນໂພນສີ, ໂດຍການເປັນປະທານຂອງທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ ຜູ້ຊີ້ນໍາຂົງເຂດວັດທະນະທຳ – ສັງຄົມ ທັງເປັນປະທານຈັດງານການແຂ່ງຂັນ, ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ, ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະກຳມະການທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຊົມ ແລະ ຮ່ວມເຊຍ.

ການປະກວດສີລະປະໃນຄັ້ງນີ້ ມີບົດຟ້ອນຈາກ 6 ເມືອງເຂົ້າຮ່ວມປະກວດ ຄື: ເມືອງປາກກະດິງ, ເມືອງປາກຊັນ, ເມືອງທ່າພະບາດ, ເມືອງຄຳເກີດ, ເມືອງວຽງທອງ ແລະ ເມືອງບໍລິຄັນ ເມືອງລະ 2 ລາຍການ.

ເຊີ່ງການແຂ່ງຂັນ ໄດ້ດຳເນີນໄປດ້ວຍຄວາມຟົດຟື້ນ ແລະ ມ່ວນຊື່ນ, ເຕັມໄປດ້ວຍຄວາມສາມັກຄີຂອງນັກສິລະປະວັນນະຄະດີ, ເຊີ່ງແຕ່ລະບົດຟ້ອນ ລ້ວນແຕ່ມີຄວາມສວຍສົດງົດງາມ ແລະ ຄວາມອ່ອນຊ້ອຍ ທີ່ແຕກຕ່າງກັນໄປ, ສະແດງໃຫ້ເຫັນເຖິງຄວາມເປັນເອກະລັກຂອງຊາດ, ຂອງພັກ, ວັດທະນະທຳ ແລະ ຮີດຄອງປະເພນີຂອງລາວເຮົາ.

ຜົນການປະກວດ ລາງວັນຊະນະເລີດ ທີ 1 ເປັນຂອງເມືອງຄຳເກີດ ດ້ວຍບົດຟ້ອນ ທ່ອງທ່ຽວລາວມ່ວນຊື່ນ – ຟົດຟື້ນວັດທະນະທຳ – ເລີດລ້ຳປະເພນີ, ລາງວັນທີ່ 2 ເມືອງປາກກະດິງ ດ້ວຍບົດຟ້ອນ ຊົມເຊີຍວັນຊາດທີ 2 ທັນວາ ແລະ ລາງວັນທີ 3 ເມືອງທ່າພະບາດ ດ້ວຍບົດຟ້ອນ ສືບສານສຽງແຄນ ດິນແດນລ້ານຊ້າງ.

 

About admin11