ໄຊຈຳພອນ ເປີດຊຸດຝືກອົບຮົມທິດສະດີການເມືອງ – ການປົກຄອງ 45 ວັນ ຮຸ່ນທີ II ປະຈຳປີ 2022

ໃນຕອນເຊົ້າຂອງວັນທີ 24 ພຶດສະພາ 2022 ຢູ່ທີ່ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດຊຸດຝືກອົບຮົມ ທິດສະດີການເມືອງ – ການປົກຄອງ ລະບົບ ບຳລຸງ 45 ວັນ ຊຸດທີ 55 ຂອງແຂວງບໍລິຄຳໄຊ, ຮຸ່ນທີ 2 ຂອງເມືອງໄຊຈຳພອນ ປະຈຳປີ 2022 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກ – ພະນັກງານ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ນັກວິທະຍາກອນ, ນັກສຳມະນາກອນ ເຂົ້າຮ່ວມ.

ໃນພິທີ ທ່ານ ພິສິດ ອິນບຸນພອນ ຫົວໜ້າຫ້ອງການຄະນະຈັດຕັ້ງເມືອງ ໄດ້ຂື້ນຜ່ານບົດລາຍງານກະກຽມຄວາມພ້ອມ ແລະ ບັນດາຂໍ້ຕົກລົງຂອງຄະນະປະຈຳພັກເມືອງໄຊຈຳພອນ ວ່າດ້ວຍການອະນຸມັດ ເປີດຊຸດຝືກອົບຮົມ ທິດສະດີການເມືອງ – ການປົກຄອງ ລະບົບ ບຳລຸງ 45 ວັນ ຊຸດທີ 55 ຂອງແຂວງບໍລິຄຳໄຊ, ຮຸ່ນທີ 2 ຂອງເມືອງໄຊຈຳພອນ ໃຫ້ແກ່ເປົ້າໝາຍທີ່ຖືກຄັດເລືອກເຂົ້າຝືກອົບຮົມຕາມມາດຖານເງື່ອນໄຂ ຈຳນວນ 35 ຄົນ, ຍິງ 4 ຄົນ ເຊິ່ງມາຈາກກອງບັນຊາການທະຫານເມືອງ ຈຳນວນ 8 ຄົນ, ມາຈາກກອງບັນຊາການ ປກສ ເມືອງ 03 ຄົນ, ມາຈາກກອງຮ້ອຍທະຫານຊາຍແດນ ຄໍ 252 ມີ 3 ຄົນ, ມາຈາກບັນດາຫ້ອງການອ້ອມຂ້າງສຳນັກງານ ແລະ ຂົງເຂດສຶກສາ ຈຳນວນ 21 ຄົນ, ຍິງ 4 ຄົນ.

ຈຸດປະສົງ ຂອງຊຸດຝືກອົບຮົມ ທິດສະດີການເມືອງ – ການປົກຄອງ ລະບົບ ບຳລຸງ 45 ວັນໃຫ້ແກ່ພະນັກງານຂັ້ນທ້ອງຖີ່ນ ກໍ່ເພື່ອພັດທະນາຊັບພະຍາກອນມະນຸດ ເຮັດໃຫ້ບັນດານັກຝຶກອົບຮົມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບທິດສະດີການເມືອງ – ການປົກຄອງຂັ້ນພື້ນຖານ ໂດຍສະເພາະທິດສະດີມາກ – ເລນິນທີ່ເປັນພື້ນຖານທາງດ້ານທິດສະດີຂອງພັກເຮົາ ແລະ ເພື່ອເຮັດໃຫ້ນັກຝຶກອົບຮົມຮັບຮູ້ ແລະ ເຂົ້າໃຈບັນຫາເຫດການຕ່າງໆ ທີ່ເກີດຂຶ້ນໃນປັດຈຸບັນ ໂດຍໝູນໃຊ້ທິດສະດີດັ່ງກ່າວເຂົ້າໃນການວາງທິດທາງ ແລະ ວິທີແກ້ໄຂບັນຫາທີ່ເກີດຂຶ້ນຢູ່ໃນຂົງເຂດວຽກງານຂອງຕົນຢ່າງມີວິທະຍາສາດ, ສອດຄ່ອງກັບສະພາບຄວາມເປັນຈິງ.

About admin11