ໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ມອບເຄື່ອງຊ່ວຍເຫຼືອຄອບຄົວໄຟໄໝ້ເຮືອນ ທີ່ເມືອງວຽງທອງ

  ດ້ວຍຄວາມເປັນຫ່ວງເປັນໄຍ ຂອງກອງທືນໜື່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ທີ່ມີຕໍ່ພໍ່, ແມ່ປະຊາຊົນ ຜູ້ທີ່ຖືກອັກຄິໄພໄຟໃໝ້ເຮືອນ ທີ່ເມືອງວຽງທອງ ແຂວງບໍລິຄຳໄຊ, ໃນວັນທີ 24 ພຶດສະພາ 2022 ກອງທຶນໜື່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ໄດ້ນຳເອົາກະເບື້ອງ, ດິນບ໋ອກ, ເຂົ້າສານ  ແລະ ເຄື່ອງນຸ່ງຫົ່ມຈຳນວນໜື່ງ ມາມອບໃຫ້ 2 ຄອບຄົວທີ່ຖືກເຄາະຮ້າຍໄຟໄໝ້ເຮືອນ ຢູ່ບ້ານຫີນໂງ່ນ ແລະ ບ້ານນ້ຳຢ້າງ.

ໃນນັ້ນ, ໄດ້ມອບໃຫ້ຄອບຄົວ ທ້າວ ສຸກວ່າງ ບ້ານຫີນໂງ່ນ ມີ: ກະເບື້ອງ 150 ແຜ່ນ, ດິນບ໋ອກ 1.500 ກ້ອນ, ເຂົ້າສານ 2 ເປົາ ພ້ອມດ້ວຍເຄື່ອງນຸ່ງຫົ່ມຈໍານວນໜື່ງ ແລະ ມອບໃຫ້ຄອບຄົວ ທ້າວ ສີ ໄຊປົວວ່າງ ມີ: ກະເບື້ອງ 100 ແຜ່ນ, ດິນບ໋ອກ 1.200 ກ້ອນ, ເຂົ້າສານ 1 ເປົາພ້ອມດ້ວຍເຄື່ອງນຸ່ງຫົ່ມຈໍານວນໜື່ງ ລວມມູນຄ່າທັງໝົດ 13.950,000 ກີບ ໂດຍເປັນກຽດມອບເຄື່ອງຈຳນວນດັ່ງກ່າວຂອງ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນໜື່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ພ້ອມດ້ວຍຄະນະ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ ແລະ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ມີອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຄີພະຍານ.

 

 

About admin11