ຄະນະ ຊປປລ ເມືອງທ່າພະບາດ ໄດ້ຮັບທຸງໄຊນຳໜ້າ ຊາວໜຸ່ມ 4 ບຸກ


ພິທີມອບ-ຮັບ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2020 ຢູ່ຫ້ອງປະຊຸມປົກຄອງເມືອງທ່າພະບາດ ເປັນກຽດເຂົ້າຮ່ວມ ມີ ທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພູວົງ ພິມມະສອນ ຮອງເລຂາພັກເມືອງ, ມີບັນດາການນຳຂັ້ນເມືອງ, ແຂກຖືກເຊີນກົມກອງແຮກສ່ຽວ, ເລຂາຊາວໜຸ່ມຮາກຖານ, ໜ່ວຍ ພ້ອມດ້ວຍສະມາຊິກຊາວໜຸ່ມ – ເຍົາວະຊົນ ເຂົ້າຮ່ວມ.

ທ່ານ ແສງນ້ອຍ ກົມມະເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງທ່າພະບາດ ໄດ້ລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2019 ວ່າ: ທົ່ວເມືອງ ມີຈໍານວນຊາວໜຸ່ມໃນເກນອາຍຸທັງໝົດ 3.027 ສະຫາຍ, ຍິງ 1.792 ສະຫາຍ, ໃນນັ້ນ ເປັນສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ທັງໝົດ 527 ສະຫາຍ, ຍີງ 312 ສະຫາຍ ເຊິ່ງໃນໄລຍະຜ່ານມາ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຕ່ລະຂັ້ນ ກໍໄດ້ເປັນເຈົ້າການຫັນເອົາແນວທາງນະໂຍບາຍຂອງພັກ-ລັດ ແລະ ລະບຽບຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ວາງອອກ ຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ລະບຽບ, ກົດໝາຍ, ຄໍາຂັວນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ 3 ດີ, 4 ຮູ້ ຂອງເຍົາວະຊົນທັນວາ.

ຜ່ານການຈັດຕັ້ງປະຕິບັດ ໄລຍະ 1 ປີຜ່ານມາ ເຫັນໄດ້ວ່າ ຄະນະບໍລິຫານງານຊາວໜຸ່ມເມືອງ ສາມາດສູ້ຊົນ ຈັດຕັ້ງປະຕິບັດບັນດາຂໍ້ແຂ່ງຂັນ 4 ບຸກ ໄດ້ຕາມມາດຖານເງື່ອນໄຂ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ຈຶ່ງໄດ້ຈັດພິທີມອບທຸງໄຊນຳໜ້າ ໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມເມືອງ ຢ່າງສົມກຽດ ໂດຍໃຫ້ກຽດມອບຂອງຂອງທ່ານ ທອງມະນີ ໂຄດປັນຍາ.

About admin11