ຊາວໜຸ່ມ ປກສ ແຂວງ ເຜີຍແຜ່ເຊື່ອມຊືມເອກະສານສຳຄັນຂອງຊາວໜຸ່ມ ປປ ລາວ


ຮາກຖານຊາວໜຸ່ມກອງບັນຊາການ ປກສ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງ ຄັ້ງທີ VI ແລະ ເຊື່ອມຊຶມເອກະສານສຳຄັນຕ່າງໆຂອງຊາວໜຸ່ມ ປກສ ແຂວງ ໃນລະຫວາງວັນທີ 6-7 ຕຸລາ 2020 ໂດຍການເປັນປະທານຂອງທ່ານ ພັນໂທ ກອງລະສັກ ສີສຸກລາດ ຄະນະປະຈຳຊາວໜຸ່ມແຂວງ ເລຂາຮາກຖານຊາວໜຸ່ມ ປກສ ແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນໂທ ເຄນວອນ ລໍວັນໄຊ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີສຳມະຊິກຊາວໜຸ່ມທົ່ວກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

 


ທີ່ປະຊຸມ ໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນຕ່າງໆ ເຊັ່ນ: ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຮາກຖານຊາວໜຸ່ມກອງບັນຊາການ ປກສ ແຂວງ, ມະຕິຕົກລົງເລກທີ 351 ຂອງຄະນະພັກກອງບັນຊາການ ປກສ ແຂວງ ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະຊາວໜຸ່ມກອງບັນຊາການ ປກສ ແຂວງ, ແຜນການເຄື່ອນໄຫວສ້າງຂະບວນການຂອງອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ກອງບັນຊາກນ ປກສ ແຂວງ, ມະຕິຕົກລົງເລກທີ 112 ຄປພ ປກສຂ ຂອງຄະນະປະຈຳພັກກອງບັນຊາການ ປກສ ແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ການເຄື່ອນໄຫວສ້າງຂະບວນການອົງການຈັດຕັ້ງມະຫາຊົນ, ຊາວໜຸ່ມ-ແມ່ຍິງ, ແຈ້ງການເລກທີ 231 ຂອງອົງການຈັດຕັ້ງມະຫາຊົນກອງບັນຊາການ ປກສ ແຂວງ ເລື່ອງການລະດົມທືນປະກອບສ່ວນວັດຖຸປັດໃຈຈາກມະຫາຊົນ, ສະມາຊິກຊາວໜຸ່ມ-ແມ່ຍິງ ປກສ ແຂວງ, ເຜີຍແຜ່ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຜູ້ແທນຊາວໜຸ່ມ ແຂວງບໍລິຄໍາໄຊ, ແຈ້ງການແນະນຳເພີ່ມເຕີມເລກທີ 047/ຄຊໜ.ຂບຊ ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ຄຊປ ປລ ແລະ ລະບຽບ ຄຊປປລ ສະໄໝທີ VII, ມະຕີິຕົກລົງເລກທີ 126 ຂອງຄະນະປະຈໍາພັກກອງບັນຊາການ ປກສ ແຂວງ ວ່າດ້ວຍການຕັ້ງກອງອາສາສະໝັກຊາວໜຸ່ມຕະລຸມບອນ ປກສ ແຂວງ ແລະ ເຊື່ອມຊຶມ 17 ຂໍ້ຫ້າມຂອງນາຍ ແລະ ພົນຕໍາຫຼວດ.

ຈຸດປະສົງ ກໍ່ເພື່ອເຮັດໃຫ້ເຮັດໃຫ້ສະມາຊິກຊາວໜຸ່ມ ທົ່ວກອງບັນຊາການ ປກສ ແຂວງ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານຂອງຕົນຢ່າງແຂງແຮງ ແລະ ເລິກເຊີ່ງກ່ວາເກົ່າ ເພື່ອຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເສີມຂະຫຍາຍມູນເຊື່ອອັນດີງາມຂອງຊາດ, ຂອງຊາວໜຸ່ມ ແລະ ມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ກໍ່ຄືແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດໃຫ້ສູງຂື້ນ.

About admin11