ຊາວໜຸ່ມບໍລິຄຳໄຊ ນ້ຳໃຈງົດງາມ ທຸ່ມເທເຫື່ອແຮງ ສ້າງເຮືອນໃໝ່ໃຫ້ຄອບຄົວທຸກຍາກ

ໃນວັນທີ 6-7 ຕຸລາ 2020 ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ພ້ອມຄະນະ ສົມທົບກັບຊາວໜຸ່ມກໍາລັງ ປກສ ແຂວງ 11 ສະຫາຍ, ຊາວໜຸ່ມ ທະຫານແຂວງ 5 ສະຫາຍ, ທະຫານເມືອງປາກຊັນ 5 ສະຫາຍ ແລະ ຊາວໜຸ່ມເມືອງ 5 ສະຫາຍ ອາບເຫື່ອຕາງນໍ້າ ຂຸ້ນຂ້ຽວກໍ່ສ້າງເຮືອນໃຫ້ຄອບຄົວທຸກຍາກ ທ້າວ ຄໍາເຊ-ນາງ ວອນ ບ້ານນໍ້າງຽບ ເມືອງປາກຊັນ ແຂວງບໍລິຄໍາໄຊ ເຊິ່ງຄອບຄົວດັ່ງກ່າວ ເປັນຄອບຄົວທີ່ທຸກຍາກ ມີບັນຫາດ້ານສຸຂະພາບ ແລະ ແຮງງານ ບໍ່ສາມາດຊ່ວຍຕົວເອງໄດ້ ເປັນຄອບຄົວ ທີ່ຄະນະຊາວໜຸ່ມແຂວງ ເຄີຍໄດ້ໃຫ້ການຊ່ວຍເຫລືອປີ່ນປົວສຸຂະພາບມາກ່ອນແລ້ວ.

ການກໍ່ສ້າງເຮືອນໃຫ້ຄອບຄົວທຸກຍາກໃນຄັ້ງນີ້ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ລະດົມທຶນ ແລະ ແຮງງານຈາກທົ່ວສັງຄົມ ເຂົ້າໃນການກໍ່ສ້າງ ໂດຍໄດ້ລົງມືກໍ່ສ້າງມາແຕ່ວັນທີ 28 ສິງຫາ 2020 ທີ່ຜ່ານມາ, ໜ້າວຽກແມ່ນມີການກໍ່ຝາ, ເທຄານທັບວົງກົບ, ໂບກຝາ, ເທພື້ນເຮືອນຄົວ, ກໍ່ຝາເຮືອນຄົວ, ມຸງຫ້ອງນໍ້າ, ເຂົ້າບານປະຕູ-ບານປ່ອງຢ້ຽມ ແລະ ເທຂັ້ນໄດທາງຂຶ້ນ, ເຫັນວ່າແຕ່ລະສະຫາຍແມ່ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອເຮັດໃຫ້ການກໍ່ສ້າງສໍາເລັດຕາມຄາດໝາຍທີ່ວາງໄວ້ ຄາດວ່າຈະໃຫ້ສຳເລັດກ່ອນວັນທີ 10 ຕຸລາ 2020 ນີ້.

About admins14