ຄະນະພັກຮາກຖານ ພະແນກ ອຄ ແຂວງ ເປີດບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021

ບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະພັກຮາກຖານ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ປະຈຳປີ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ທັນວາ 2021 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ໂດຍການເປັນປະທານຂອງ ສະຫາຍ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະພັກ, ສະມາຊິກພັກ, ຄະນະຮັບຜິດຊອບຂັ້ນແຂວງ ແລະ ພະນັກງານລັດຖະກອນ ພາຍໃນພະແນກ ເຂົ້າຮ່ວມ.

ໃນພິທີ ສະຫາຍ ບຸນສົງ ເພັດຈະເລີນ ໄດ້ຍົກໃຫ້ເຫັນບາງເນື້ອໃນຈິດໃຈທີ່ສຳຄັນຂອງຄຳສັ່ງກົມການເມືອງສູນກາງພັກເລກທີ 01/ກມສພ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ວ່າ: ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຜົນງານທີ່ໂດດເດັ່ນ ແລະ ດ້ານດີ, ເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບ ທີ່ເປັນໄພອັນຕະລາຍຕໍ່ພັກເຮົາ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງພັກ ແລະ ຍົກສູງ ຄວາມເປັນແບບຢ່າງນຳໜ້າ ຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ່ນ, ເຮັດໃຫ້ການຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ ເພື່ອຮັບປະກັນໃຫ້ການນຳພາຂອງພັກ ຕ້ອງສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ – ສັງຄົມຂອງລັດວາງອອກແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

ພ້ອມນີ້ ຍັງໄດ້ຮັບຟັງ ຄຳສັ່ງຂອງຄະນະປະຈຳພັກແຂວງ ເລກທີ 827/ຄປພ.ຂບຊ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອເປັນບ່ອນອີງໃນການດຳເນີນຊີວິດການເມືອງ.

ພາຍຫຼັງສຳເລັດການເຊື່ອມຊືມເອກກະສານຕ່າງໆແລ້ວ ບັນດາສະຫາຍສະມາຊິກພັກ ຈະໄດ້ຂຽນໃບສຳຫຼວດຕົນເອງ ພ້ອມທັງຜ່ານໃບສຳຫຼວດ ເພື່ອຕີລາຄາຕົນເອງ ແລະ ສົ່ງຂ່າວ, ຕໍານິຕິຊົມສະມາຊິກພັກພາຍໃນໜ່ວຍ ແລະ ກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ພ້ອມນັ້ນ ກໍ່ຍັງມີການຈັດແບ່ງປະເພດສະມາຊິກພັກ ໂດຍອີງໃສ່ 5 ເນື້ອໃນຂອງພັກວາງອອກໃຫ້ຖືກຕ້ອງ ແລະ ສອດຄ່ອງ ກັບສະພາບຄວາມເປັນຈິງ.

About admins16