ປະກາດແຕ່ງຕັ້ງຮອງປະທານ ອພບຕ ແລະ ຫົວໜ້າຫ້ອງການ ຍທຂ ເມືອງປາກຊັນ

ພິທີປະກາດຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງປາກຊັນ ແລະ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ທັນວາ 2021 ຢູ່ສະໂມສອນໃຫຍ່ເມືອງປາກຊັນ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ, ມີເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າຫ້ອງການ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 771 ແລະ 772/ຂບຊ ລົງວັນທີ 23 ພະຈິກ 2021 ວ່າດ້ວຍການອະນຸມັດໃຫ້ ທ່ານ ຄຳຜອງ ເທບຄຳເຮືອງ ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງປາກຊັນ ອອກພັກຜ່ອນລໍຖ້າຮັບອຸດໝູນບຳນານ, ຍົກຍ້າຍ ທ່ານ ນາງ ມະຕິກາ ໄວຍະບຸດ ຮອງປະທານ ອພບຕ ເມືອງປາກຊັນ ໄປປະຈຳການຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການເມືອງປາກຊັນ, ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 817/ຂບຊ ລົງວັນທີ 15 ທັນວາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ປອ ສົມນຶກ ແກ້ວມະນີ ເປັນຮອງປະທານຜູ້ປະຈຳການອົງການພັດທະນາ ແລະ ບໍລິຫານຕົວເມືອງປາກຊັນ, ຂໍ້ຕົກລົງຂອງທ່ານເຈົ້າເມືອງປາກຊັນ ສະບັບເລກທີ 1016 ແລະ 1017/ມປຊ ລົງວັນທີ 16 ທັນວາ 2021 ວ່າດ້ວຍການຍົກຍ້າຍ ທ່ານ ພອນສະຫງ່າ ທຳມະວົງແສງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງປາກຊັນ ໄປຮັບໜ້າທີ່ໃໝ່ຢູ່ພະແນກ ຍທຂ ແຂວງບໍລິຄຳໄຊ ແລະ ແຕ່ງຕັ້ງ ທ່ານ ປອ ສົມນຶກ ແກ້ວມະນີ ເປັນຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງປາກຊັນ.

ຕອນທ້າຍຂອງພິທີ ທ່ານ ບຸນສົງ ເພັດຈະເລີນ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳໃນຫຼາຍວຽກງານທີ່ສຳຄັນ ເປັນຕົ້ນ ແມ່ນເອົາໃຈໃສ່ແກ້ໄຂສະພາບແນວຄິດທີ່ຍັງລັງເລທໍ້ຖອຍຕໍ່ຄວາມຮັບຜິດຊອບໃຫ້ໝົດໄປເທື່ອລະກ້າວ, ເອົາໃຈໃສ່ປະຕິບັດຫຼັກການນຳພາ ໃນການແບ່ງຄວາມຮັບຜິດຊອບໃນໜ້າທີ່ວຽກງານໃຫ້ຈະແຈ້ງ, ມີແບບແຜນການນໍາພາ ຮັກສາຄວາມສາມັກຄີເປັນເອກະພາບ, ຫຼັກການລວມສູນປະຊາທິປະໄຕ ແລະ ຮັບປະກັນໄດ້ໃນຄວາມຮັບຊອບຂອງຕົນທີ່ໄດ້ຮັບມອບໝາຍ.

About admins16