ຄະນະພັກຮາກຖານ ປກສ ເມືອງ ປາກຊັນ ສໍາເລັດບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021

          ບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ຂອງຄະນະພັກຮາກຖານ ປກສ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ໄດ້ດໍາເນີນມາແຕ່ວັນທີ 16 – 24 ທັນວາ 2021 ໄດ້ສໍາເລັດຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພັນໂທ ລາຕີ ພິລາວົງ ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການ ປກສ ເມືອງ ປາກຊັນ, ມີຄະນະພັກກອງບັນຊາການ, ເລຂາ, ຄະນະໜ່ວຍພັກອ້ອມຂ້າງ ເຂົ້າຮ່ວມ.

       ໜຶ່ງປີຜ່ານມາ ຄະນະພັກຮາກຖານໄດ້ເອົາໃຈໃສ່ນໍາພາສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ – ນັກຮົບຢ່າງເປັນປົກກະຕິຕໍ່ເນື່ອງ, ໂດຍນໍາເອົາແນວທາງ – ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ, ຂອງກໍາລັງປ້ອງກັນຄວາມສະຫົງບ ປະຊາຊົນ ແລະ ບັນດາຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ ມາຈັດຕັ້ງຜັນຂະຫຍາຍເປັນແຜນງານ, ໂຄງການອັນລະອຽດເຂົ້າໃນວຽກງານຕົວຈິງ, ນໍາພາຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໄດ້ຮັບຜົນສໍາເລັດ, ຜ່ານການດໍາເນີນການກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ບັນດາຄະນະພັກຮາກຖານ, ບັນດາຄະນະໜ່ວຍພັກ, ສະມາຊິກພັກ ແລະ ມະຫາຊົນໄດ້ເຊື່ອມຊຶມເອກະສານທີ່ສຳຄັນຂອງພັກ, ສໍາຫຼວດກວດກາ, ຕໍານິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມທັງຕີລາຄາຈັດແບ່ງປະເພດໜ່ວຍພັກ, ສະມາຊິກພັກຕາມ 05 ເນື້ອໃນ ຂອງພັກປະຊາຊົນປະຕິວັດລາວ ວາງອອກຢ່າງເຂັ້ມງວດ.

ຄະນະພັກຮາກຖານກອງບັນຊາການ ປກສ ເມືອງປາກຊັນ ປະກອບມີ 06 ໜ່ວຍພັກຂື້ນກັບ, ຜ່ານການກວດກາຕີລາຄາ ຕາມ 05 ເນື້ອໃນ ສາມາດຈັດປະເພດເປັນໜ່ວຍພັກແຂງ ຈໍານວນ 06 ໜ່ວຍພັກ, ມີສະມາຊິກພັກແຂງ ຈໍານວນ 112 ສະຫາຍ, ຍິງ 24 ສະຫາຍ, ກວມເອົາ 94,9%, ສະມາຊິກພັກກາງ ມີ 03 ສະຫາຍ ເທົ່າກັບ 2,5%, ບໍ່ໄດ້ຈັດປະເພດ 03 ສະຫາຍ, ເທົ່າກັບ 2,5% ສາເຫດຍ້ອນຍົກຍ້າຍມາໃໝ່.

ສໍາລັບທິດທາງແຜນການ ຈະໄດ້ສືບຕໍ່ເສີມຂະຫຍາຍບັນດາຜົນສໍາເລັດ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງ, ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ, ໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ສູ້ຊົນເຮັດໃຫ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ຕາມ 05 ເນື້ອໃນໃຫ້ບັນລຸໄດ້ 9,6 ຄະແນນຂື້ນໄປ, ສູ້ຊົນໃຫ້ມີສະມາຊິກພັກແຂງກວມເອົາ 95% ຂື້ນໄປ.

ໃນໂອກາດດຽວກັນ ຍັງໄດ້ຜ່ານມະຕິຕົງລົງຂອງຄະນະປະຈໍາພັກ ເມືອງ ປາກຊັນ ເລກທີ 250/ຄປພ.ມປຊ ລົງວັນທີ 16 ທັນວາ 2021 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ປກສ ເມືອງ ປາກຊັນ, ໃນນີ້ໄດ້ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ຮັກ ເທວາ ແລະ ສະຫາຍ ພັນໂທ ສົມໃຈ ສຸວັນນະໂຄດ ເປັນຄະນະພັກຮາກຖານ ປກສ ເມືອງ ປາກຊັນ

 

 

About admin11