ກອງປະຊຸມອົງການປົກຄອງ ເປີດກວ້າງ ປີ 2021

ກອງປະຊຸມອົງການປົກຄອງ ເປີດກວ້າງ ປິ 2021 ໄດ້ຈັດຂຶ້ນໃນວັນທີ 27 ທັນວາ 2021 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການສະຫຼຸບ ການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ ປະຈຳປີ 2021 ເຫັນວ່າຫຼາຍວຽກງານໄດ້ຖືກຈັດຕັ້ງປະຕິບັດ ດ້ວຍຄວາມເອົາໃຈໃສ່ສູງ ແລະ ໄປຕາມທິດທາງທີ່ກຳນົດໄວ້ ເປັນຕົ້ນແມ່ນວຽກງານ ປກສ – ປກຊ ສາມາດມ້າງຄະດີຂົນສົ່ງ ແລະ ຄ້າຂາຍຢາເສບຕິດລາຍໃຫຍ່ໄດ້ 5 ລາຍ, ກັກຜູ້ຕ້ອງຫາ 8 ຄົນ, ຢຶດຂອງກາງ ເຮໂລອິນ 234 ກິໂລ, ຢາບ້າ 221.000 ເມັດ, ກັນຊາແຫ້ງ 2.253 ກິໂລ, ຢາໄອ້ 35,42 ກຼາມ, ປືນ 2 ກະບອກ, ລົດໃຫຍ່ 3 ຄັນ, ດຳເນີນແກ້ໄຂຄະດີ 224 ລາຍ, ຕ້ອງຫາ 215 ຄົນ ຂອງກາງເງິນກີບທະນາຄານ 70 ລ້ານກີບ ແລະ 620.650 ໂດລາ, ໄມ້ແຕ້ 113 ຕັບ, ໄມ້ດູ່ 181 ທ່ອນ, ໄມ້ຄະຍຸງ 189 ທ່ອນ, ລົດໃຫຍ່ 6 ຄັນ, ລົດຈັກ 24 ຄັນ, ອຸປະຕິເຫດເກີດຂຶ້ນ 243 ລາຍ, ພາຫະນະເປ່ເພ 437 ຄັນ ເສຍຊີວິດ 40 ລາຍ, ມູນຄ່າເສຍຫາຍ 6,8 ຕື້ກີບ, ອັກຄີໄພ 16 ຄັ້ງ ມູນຄ່າເສຍຫາຍ 1,5 ຕື້ກີບ.

ອຳນວຍຄວາມສະດວກໃຫ້ແກ່ນັດສຶກສາລາວ ກັບຄືນປະເທດ ຈຳນວນ 1.047 ຄົນ ແລະ ແຮງງານຫວຽດນາມ 2.733 ຄົນ, ຈັດສົ່ງອັດຖິທະຫານນອາສາສະໝັກຫວຽດນາມກັບຄືນປະເທດ ໄດ້ 8 ອັດຖິ, ກວດກາການຊຳລະໂຄງການລົງທຶນຂອງລັດ ມູນຄ່າ 10 ຕື້ກີບ ລົງມາ ໄດ້ 93 ໂຄງການ ມູນຄ່າ 244,5 ລ້ານກີບ.

ໃນ 11 ເດືອນຜ່ານມາ ສາມາດເກັບລາຍຮັບໄດ້ 447,10 ຕື້ກີບ ເທົ່າກັບ 49,66%, ການຜະລິດເຂົ້າ ປະຕິບັດໄດ້ 40.934 ເຮັກຕາ, ເນື້ອທີ່ເກັບກ່ຽວ 40.831 ເຮັກຕາ ຜົນຜະລິດລວມ 148.527 ໂຕ່ນ, ການຜະລິດລະດູແລ້ງ – ລະດູຝົນ ໄດ້ 29.858 ເຮັດຕາ ລື່ນແຜນ 8,85%, ພືດສະບຽງໄດ້ 6.217 ເຮັດຕາ ຜະລິດໄດ້ 51.564 ໂຕ່ນ, ພືດສິນຄ້າ ໄດ້ 23.641 ເຮັດຕາ ຜະລິດໄດ້ 335.920 ໂຕ່ນ.

ມູນຄ່າເກັບຊື້ຜະລິດຕະພັນພາຍໃນທົ່ວແຂວງເພີ່ມຂຶ້ນ 22%, ມູນຄ່າສົ່ງອອກ 179,5 ລ້ານໂດລາ ລື່ນແຜນ 39,86%, ມູນຄ່າການນຳເຂົ້າ 492,1 ລ້ານໂດລາ, ຂຶ້ນທະບຽນອອກໃບຕາດິນໄດ້ 4.477 ຕອນ ເທົ່າກັບ 63,95% ແລະ ຂຶ້ນສຳມະໂນຕອນດິນ ໄດ້ 4.557 ຕອນ ລື່ນແຜນ 56,68%.

ສາມາດສັກວັກຊິນ ເຂັມ 1 ໄດ້ 55,45%, ເຂັມ 2 ຄົບໂດສໄດ້ 41,94%, ຕິດຕາມ ການສຳຫຼວດເກັບກູ້ລະເບີດທີ່ບໍ່ທັນແຕກ ໄດ້ 521 ລູກ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ບັນລຸ 4 ດ້ານໄດ້ 3 ເມືອງ ຄື: ເມືອງປາກຊັນ, ທ່າພະບາດ ແລະ ບໍລິຄັນ, ມີຄະດີເກີດຂຶ້ນທັງໝົດ 1.361 ເລື່ອງ, ມ້າງໄດ້ 1.208 ເລື່ອງ ເຂົ້າໃໝ່ 153 ເລື່ອງ, ປະຕິບັດສຳເລັດ 17 ເລື່ອງ, ຢັ້ງຢືນຄວາມຖືກຕ້ອງຂອງສັນຍາ ແລະ ເອກະສານໄດ້ 976 ສະບັບ.

ພ້ອມນີ້ ຍັງໄດ້ຮັບຟັງການເຜີຍແຜ່ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 20/ນຍ, ລົງວັນທີ 8 ຕຸລາ 2021 ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການ ຕໍ່ຜູ້ນຳເຂົ້າ ແລະ ນຳໃຊ້ພາຫະນະທຸກປະເພດແບບບໍ່ຖືກຕ້ອງ, ຄຳສັ່ງເລກທີ 24/ນຍ, ລົງວັນທີ 10 ພະຈິກ 2021 ວ່າດ້ວຍສັກວັກຊີນ ກັນພະຍາດໂຄວິດ-19 ແລະ ດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ນຍ ລົງວັນທີ 29 ກັນ 2021.

ຈາກນັ້ນ ຍັງໄດ້ຮັບຟັງການລາຍງານ ວຽກງານທິ່ພົ້ນເດັ່ນຈາກບັນດາພະແນກການ ແລະ ເມືອງ ເປັນຕົ້ນແມ່ນ ແຜນດຳເນີນງານວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວຽກງານອື່ນໆ.

About admins16