ກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຄັ້ງທີ 5 ສະໄໝທີ III

        ກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຄັ້ງທີ V ສະໄໝທີ III ໄດ້ໄຂຂື້ນໃນລະຫວ່າງວັນທີ 22 – 23 ທັນວາ 2021, ພາຍໃຕ້ການເປັນປະທານ ຂອງສະຫາຍ ພັນເອກ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າກອງບັນຊາການ ປກສ ແຂວງ.

ກອງປະຊຸມ ໄດ້ຜ່ານບົດສະຫຼຸບຜົນງານການຈັດຕັ້ງປະຕິບັດ ມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ ຄັ້ງທີ 4 ສະໄໝທີ III, ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງປະຈໍາໄຕມາດ 1 ຜ່ານມາ ແລະ ເຜີຍແຜ່ເອກະສານຄະນະບໍລິຫານງານສູນກາງພັກ ສະບັບເລກທີ 04/ຄບສພດ ລົງວັນທີ 30 ກັນຍາ 2021 ວ່າດ້ວຍການເພີ່ມທະວີການນໍາພາຂອງພັກເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊີ່ງ.

ໃນໄລຍະຜ່ານມາ ຄະນະພັກ – ຄະນະບັນຊາ ໄດ້ເອົາໃຈໃສ່ ສຶກສາອົບຮົມ – ນໍາພາແນວຄິດຢ່າງເປັນປົກກະຕິຕໍ່ເນື່ອງດ້ວຍຫຼາຍຮູບການ ໂດຍນໍາເອົາແນວທາງນະໂຍບາຍຂອງພັກ, ບັນດາມະຕິຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບ ແລະ ເອກະສານທີ່ສໍາຄັນຕ່າງໆ ນໍາມາເຜີຍແຜ່ເຊື່ອມຊືມໃຫ້ສະມາຊິກພັກ,  ພະນັກງານ – ນັກຮົບ ໄດ້ຮັບຮູ້ເຂົ້າໃຈ, ເຮັດໃຫ້ເຂົາເຈົ້າມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນສົມບັດສີນທໍາປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການຊີ້ນໍາ – ນໍາພາຂອງພັກ – ລັດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍ.

ຄະນະພັກ ຍັງໄດ້ຖືເອົາວຽກງານກໍ່ສ້າງພັກ – ພະນັກງານ ເປັນບັນຫາສໍາຄັນ, ເພື່ອຂະຫຍາຍມະຫາຊົນຜູ້ກ້າວໜ້າ ແລະ ມີຜົນງານດີເດັ່ນໃນຂະບວນການວຽກງານວິຊາສະເພາະຕົວຈິງ, ສາມາດຂະຫຍາຍມະຫາຊົນກ້າວໜ້າເຂົ້າພັກສໍາຮອງໄດ້ 05 ສະຫາຍ, ຍິງ 02 ສະຫາຍ, ເລື່ອນສະມາຊິກສໍາຮອງຂຶ້ນສົມບູນ 08 ສະຫາຍ, ຮຽນສະໜັບສະໜູນພັກໃຫ້ແກ່ມະຫາຊົນກ້າວໜ້າໄດ້ 1 ຄັ້ງມີຈໍານວນ 29 ສະຫາຍ, ຍິງ 07 ສະຫາຍ, ຮຽນກົດລະບຽບພັກ 1 ຄັ້ງ ຈໍານວນ 36 ສະຫາຍ, ຍິງ 04 ສະຫາຍ.

 

 

About admin11