ຄະນະພັກຮາກຖານພະແນກ ຖວທ ດຳເນີນທາບທາມບຸກຄະລາກອນ ກອງປະຊຸມໃຫ່ຍ ຄັ້ງທີ III ຮອບທີ 1

ບັ້ນດຳເນີນທາບທາມບຸກຄະລາກອນ ກອງປະຊຸມໃຫຍ່ ຄັງທີ III ຮອບທີ 1 ຄະນະພັກຮາກຖານ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ສະຫາຍ ຄໍາແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຂັ້ນແຂວງ, ຄະນະພັກຮາກຖານ, ສະມາຊິກພັກສົມບູນ ແລະ ສຳຮອງທົ່ວພະແນກ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານປະທານໄດ້ຍົກໃຫ້ເຫັນ ເນື້ອໃນຈິດໃຈຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ, ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກ ກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ ໂດຍມີຈຸດປະສົງເພື່ອເຮັດໃຫ້ການກະກຽມ ກອງປະຊຸມໃຫຍ່ແຕ່ລະຂັ້ນດຳເນີນໄປຖືກຕ້ອງ ຕາມກົດລະບຽບຂອງພັກ, ຮັບປະກັນການຊີ້ນຳ-ນຳພາ ຂອງຄະນະພັກຂັ້ນເທິງ ແລະ ມີຄວາມເປັນເອກະພາບໃນທົ່ວພັກ ເຊິ່ງການດຳເນີນກອງປະຊຸມໃຫຍ່ຂອງພັກ ແຕ່ລະຂັ້ນ ເປັນການປັບປຸງພາຍໃນພັກ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ເພື່ອຍົກສູງຄວາມສາມາດ ໃນການນຳພາຂອງຄະນະພັກ ໃຫ້ສົມຄູ່ກັບການເລັ່ງທ່ວງ ຂອງໜ້າທີ່ການເມືອງໃນໄລຍະໃໝ່.

ສຳລັບການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ນັບແຕ່ຂັ້ນກະຊວງລົງຮອດທ້ອງຖິ່ນ ຈະໄດ້ມີການສ້າງຂະບວນການ ເພື່ອເລືອກເຟັ້ນເອົາບຸກຄະລາກອນ ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ເຂົ້າໃນໂຄງປະກອບຂອງຄະນະພັກແຕ່ລະຂັ້ນ, ກະກຽມດ້ານເນື້ອໃນລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກ ແລະ ການກະກຽມ ດ້ານບຸກຄະລາກອນ.

ບັ້ນດຳເນີນທາບທາມບຸກຄະລາກອນຄັ້ງນີ້ ຍັງຈະໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງ 2 ພາກ ແລະ ບົດສຳຫຼວດການນຳພາລວມ ຮອບທີ 1, ແນະນໍາຂັ້ນຕອນການຈັດຕັ້ງປະຕິບັດໃນຂັ້ນຕອນຕ່າງໆ ແລະ ຈະໄດ້ດຳເນີນການປ່ອນບັດທາບທາມບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ III ຮອບທີ 1 ຄະນະພັກຮາກຖານພະແນກ ຖວທ ແຂວງ.

About admins14