ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ

ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ຂອງພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 26 ກໍລະກົດ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ຜູ້ຊີ້ນຳວຽກງານ ຂົງເຂດວັດທະນະທຳ – ສັງຄົມແຂວງ, ມີຫົວໜ້າພະແນກ, ຮອງພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານລັດຖະກອນ ພາຍໃນພະແນກ ເຂົ້າຮ່ວມ.

ການຈັດຕັ້ງປະຕິບັດວຽກງານແຮງງານ ໃນ 6 ເດືອນຜ່ານມາ ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເກັບກໍາຂໍ້ມູນ ຜູ້ທີ່ໄດ້ຮັບການຝຶກອົບຮົມວິຊາຊີບ ແລະ ພັດທະນາສີມືແຮງງານໄດ້ຈໍານວນ 112 ຄົນ ຍິງ 32 ຄົນ, ເກັບກໍາແຮງງານເຂົ້າເຮັດວຽກ ໄດ້ 15 ຫົວໜ່ວຍ ມີແຮງງານທັງໝົດ 1.386 ຄົນ ຍິງ 268 ຄົນ, ໃນນັ້ນ ຂະແໜງກະສິກໍາ 25 ຄົນ ຍິງ 1 ຄົນ, ຂະແໜງອຸດສະຫະກໍາ 687 ຄົນ ຍິງ 194 ຄົນ ແລະ ຂະແໜງບໍລິການ 674 ຄົນ ຍິງ 73 ຄົນ.

ຂຶ້ນທະບຽນຜູ້ຕ້ອງການມີວຽກເຮັດງານທໍາໄດ້ 13 ຄົນ ຍິງ 3 ຄົນ ແລະ ໄດ້ອອກໃບຢັ້ງຢືນໃຫ້ຜູ້ທີ່ຮັບອຸດໜູນຫວ່າງງານຈໍານວນ 11 ຄົນ, ໄດ້ຮັບໂກຕ່ານໍາໃຊ້ແຮງງານຕ່າງປະເທດໄດ້ 459 ຄົນ ແລະ ອະນຸຍາດນໍາເຂົ້າແຮງງານຕ່າງປະເທດ 16 ຫົວໜ່ວຍ ຈໍານວນ 366 ຄົນ ຍິງ 80 ຄົນ, ໄດ້ຂຶ້ນ ແລະ ຕໍ່ບັດອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດໄດ້ 25 ຫົວໜ່ວຍ ຈໍານວນ 62 ຄົນ ຍິງ 7 ຄົນ.

ທົ່ວແຂວງບໍລິຄໍາໄຊ ມີຈໍານວນຫົວໜ່ວຍທຸລະກິດ ແລະ ໂຮງງານອຸດສະຫະກໍາ – ຫັດຖະກໍາ ທັງໝົດຈໍານວນ 2.267 ຫົວໜ່ວຍ ມີແຮງງານ 8.980 ຄົນ ໃນນັ້ນ ຂະໜາດໃຫຍ່ມີ 47 ແຫ່ງ ມີແຮງງານ 925 ຄົນ, ຂະໜາດກາງ 46 ຫົວໜ່ວຍ ແຮງງານ 2.583 ຄົນ ແລະ ຂະໜາດນ້ອຍ 2.174 ຫົວໜ່ວຍ ມີແຮງງານ 5.472 ຄົນ.

ວຽກງານສະຫວັດດີການສັງຄົມ ລົງເຄື່ອນໄຫວປະຊາສຳພັນໃນບັນດາຫົວໜ່ວຍວິສາຫະກິດໃໝ່ ແລະ ວິສາຫະກິດເກົ່າໄດ້ 11 ວິສາຫະກິດ ມີຜູ້ອອກແຮງງານ 117 ຄົນ, ຂຶ້ນທະບຽນປະກັນສັງຄົມໃໝ່ໄດ້ ພາກລັດ 252 ຄົນ ແລະ ພາກ 13 ວິສາຫະກິດ ເທົ່າກັບ 162,5%, ຂຶ້ນທະບຽນຜູ້ອອກແຮງງານໃໝ່ຈາກວິສາຫະກິດເກົ່າ 148 ຄົນ, ຜູ້ສະໝັກໃໝ່ 47 ຄົນ ເທົ່າກັບ 118%, ຈ່າຍເງິນສົມທົບພະນັກງານ-ລັດຖະກອນ ທີ່ຜ່ານ 8% ຂອງພະແນກການ 33 ພາກສ່ວນ 7 ຕົວເມືອງ ທັງໝົດ 6.535 ຄົນ ເປັນເງິນຈຳນວນ 5.356.765.145 ກີບ ແລະ ວິສາຫະກິດ 92 ວິສາຫະກິດ ຈ່າຍເງິນສົມທົບ 1.515 ເທື່ອຄົນ ເປັນເງິນ 2.112.627.272 ກີບ, ພີມບັດປະກັນສັງຄົມ ພາກລັດ ແລະ ພາກວິສາຫະກິດ ໄດ້ທັງໝົດ 754 ບັດ, ມີຜູ້ຮັບອຸດໜູນປະກັນສັງຄົມໄລຍະສັ້ນ ພາກລັດ ແລະ ວິສາຫະກິດ 359 ຄົນ, ໄລຍະຍາວ 1.368 ຄົນ ໂດຍມີບຳນານພາກລັດ 1.286 ຄົນ ແລະ ວິສາຫະກິດ 82 ຄົນ, ປະກັນສຸຂະພາບໄດ້ທັງໝົດ 25.057 ຄົນ ແລະ ມອບເງິນອຸດນູນເທື່ອດຽວຕໍ່ຜູ້ຍັງມີຊີວິດ ຈຳນວນ 21 ທ່ານ ເປັນເງິນ 489.414.900 ກີບ, ມອບເງິນອຸດໜູນເທື່ອດຽວຕໍ່ຜູ້ເສຍສະຫຼະຊີວິດ 56 ທ່ານ ເປັນເງິນທັງໝົດ 1.316.288.700 ກີບ ແລະ ໄດ້ປ່ຽນບັດເສຍອົງຄະຮາກຖານ ຈຳນວນ 3 ທ່ານ.

ພ້ອມນີ້ ທ່ານຮອງເຈົ້າແຂວງ ຍັງໄດ້ມີຄໍາເຫັນເຈາະຈິ້ມ ບາງວຽກງານທີພົ້ນເດັ່ນ ຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເພຶ່ອຮັບຟັງການອະທີບາຍ ຊີ້ແຈ້ງ ແຜນການຈັດຕັ້ງປະຕິບັດ ແລະ ປັບປຸງແກ້ໄຂບັນດາວຽກງານໃນດ້ານຕ່າງໆ ທີ່ຂຶ້ນກັບພະແນກການທີກ່ຽວຂ້ອງ ເປັນຕົ້ນແມ່ນວຽກງານການຄຸ້ມຄອງແຮງງານພາຍໃນ ແລະ ການສົ່ງເສີມ ພັດທະນາສີມືແຮງງານໃນປັບຈຸບັນ, ການຈັດຕັ້ງເຄື່ອນໄຫວຂອງອົງການກາແດງແຂວງ ໃນການປຸກລະດົມການບໍລິຈາກເລືອດ ແລະ ການໃຫ້ເຄື່ອງຊ່ວຍເຫຼື່ອສັງຄົມ, ການສ້າງແຜນຄຸ້ມຄອງໄພພິບັດ, ການເກັບກູ້ລະເບີດທີ່ຍັງບໍທັນແຕກ ແລະ ການຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບຂະແໜງການອື່ນທີ່ກ່ຽວຂ້ອງອີກຈໍານວນໜຶ່ງ.

About admins16