ຮອງເຈົ້າແຂວງ ເນັ້ນບາງບັນຫາ ຕໍ່ກອງປະຊຸມ 6 ເດືອນຕົ້ນປີ ວຽກງານ ຖວທ

ກອງປະຊຸມ ສະຫລຸບລາຍງານການຈັດຕັ້ງປະຕິບັດ ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ ໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດ 2021 ທີ່ຫ້ອງປະຊຸມພະແນກ ຖວທ ແຂວງ ໂດຍການເປັນປະທານຂອງ ທ່ານ ຄໍາແຫວນ ປັນຍານຸວົງ  ຮອງເຈົ້າແຂວງບໍລິຄໍາໄຊ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ແລະ ບໍລິຫານລັດ ມີຄະນະພະແນກ, ຄະນະນຳບັນດາຂະແໜງການທີ່ຂຶ້ນກັບພະແນກ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບວຽກງານ ຖວທ 6 ເດືອນຕົ້ນປີ 2021 ແລະ ທິດທາງແຜນການ ຈາກທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກ ຖວທ ແຂວງ ເຫັນວ່າ ມີຫຼາຍວຽກງານຖືກຈັດຕັ້ງປະຕິບັດ ແລະ ເຮັດສຳເລັດຕາມຄາດໝາຍທີ່ວາງໄວ້ ເປັນຕົ້ນແມ່ນ ທົ່ວແຂວງມີລະບົບໂທລະໂຄ່ງທັງໝົດ 278 ບ້ານ ເທົ່າກັບ 97,88 %, ສາມາດ ຕັດຕໍ່ຂ່າວ ອອກໂທລະພາບແຂວງໄດ້ 714 ຂ່າວ, ອ່ານຂ່າວອອກວິທະຍຸໄດ້ 1.456 ຂ່າວ, ລົງຂ່າວອອກທາງເຟດບຸກ ໄດ້ 588 ຂ່າວ, ສຳເລັດການຖ່າຍທອດສົດອອກອາກາດທາງວິທະຍຸແຂວງ ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ I ແລະ ຊຸດ II, ການເກັບກໍາຂ່າວ ແລະ ສົ່ງຂ່າວໃຫ້ສື່ຕ່າງໆຂັ້ນສູນກາງ ຈໍານວນຫຼາຍເປັນອັນດັບທີ່ 2 ທຽບໃສ່ບັນດາແຂວງໃນທົ່ວປະເທດ.

ສາມາດອັບໂຫຼດຂ່າວປະຈໍາວັນອອກທາງເວບໄຊ ໄດ້ 550 ຂ່າວ ແລະ ບົດຕ່າງໆ ໄດ້ 50 ບົດ, ຜະລິດໜັງສືພີມໄດ້ 6.800 ແລະ ແຈກຢາຍໄດ້ 5,066 ສະບັບ, ສົ່ງຂ່າວໃຫ້ໜັງສືພີມສູນກາງໄດ້ 275 ຂ່າວ, ອອກແຈ້ງການ, ໜັງສືຢັ້ງຢືນດ້ານວັດທະນະທຳ ໄດ້ 4 ຄັ້ງ, ອອກອະນຸຍາດປ້າຍໂຄສະນາໄດ້ 6 ຫົວໜ່ວຍ, ຕໍ່ອະນຸຍາດຮ້ານເກມໄດ້ 1 ຫົວໜ່ວຍ, ສໍາເລັດການຂື້ນທະບຽນເງີນເບ້ຍ, ລົງກວດກາຕິດຕາມບັນດາທຸລະກິດຮ້ານກີນດື່ມ, ຮ້ານອາຫານ, ຮ້ານບັນເທີງ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ໄດ້ 12 ຄັ້ງ, ອອກອະນຸຍາດສຶບຕໍ່ດໍາເນີນທຸລະກິດຮ້ານບັນເທີງ 1 ຫົວໜ່ວຍ, ຮ້ານຄາລາໂອເກະ 1 ຫົວໜ່ວຍ, ບໍລິສັດທ່ອງທ່ຽວ 1 ຫົວໜ່ວຍ ແລະ ປ່ຽນໃບອະນຸຍາດດໍາເນີນທຸລະກິດ 1 ຫົວໜ່ວຍ, ຜ່ານມາມີນັກທ່ອງທ່ຽວພາຍໃນ ແລະ ພາຍນອກເຂົ້າແຂວງ ລວມມີ 48.410 ເທື່ອຄົນ

ຫຼັງຈາກນັ້ນບັນດາຂະແໜງທີ່ກ່ຽວຂ້ອງ ກໍ່ໄດ້ມີຄຳສະເໜີ ແລະ ປະກອບຄຳເຫັນ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍຫົວຂໍ້ ເຊັ່ນ: ການຍົກສູງຄຸນນະພາບຂອງຂໍ້ມູນຂ່າວ ແລະ ນັກຈັດລາຍການ, ການນຳໃຊ້ໂທລະໂຄ່ງ, ສື່ສິ່ງພິມ ແລະ ສື່ເອເລັກໂຕນິກ ໃຫ້ເພີ່ມຂຶ້ນເພື່ອເຜີຍແຜ່ຂໍ້ມູນຂ່າວສານຂອງພັກ-ລັດ, ການສ້າງບ້ານ ແລະ ຄອບຄົວ ວັດທະນະທຳ ແລະ ມາດຕະການກວດກາຕິດຕາມ, ການແບ່ງຂັ້ນຄຸ້ມຄອງວຽກງານທ່ອງທ່ຽວ, ການບຸກລຸກແຫຼ່ງທ່ຽວທ່ຽວ, ການຄຸ້ມຄອງແຫຼ່ງທ່ອງທ່ຽວທີ່ເປີດບໍລິການຢູ່ແຕ່ລະເມືອງ ແລະ ອື່ນໆ.

ຫຼັງຈາກນັ້ນ ທ່ານຮອງເຈົ້າແຂວງ ກໍ່ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນໃຫ້ສືບຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ V ໂດຍສະເພາະບັນດາວຽກງານຈຸດສຸມຕ່າງໆ ໃຫ້ໄດ້ຮັບຜົນດີ, ຄົ້ນຄວ້າ, ວິເຄາະວິໄຈ ກ່ຽວກັບການຈັດວາງຕຳແໜ່ງງານ ໃຫ້ສອດຄ່ອງ ແລະ ທັນສະພາບຄວາມຮຽກຮ້ອງຕ້ອງການໃນແຕ່ລະໄລຍະ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຕ້ອງໃຫ້ສອດຄ່ອງກັບແນວທາງ, ມະຕິຄຳສັ່ງ ແລະ ລະບຽບກົດໝາຍ, ຕ້ອງແບ່ງໜ້າທີ່ຮັບຜິດຊອບຢ່າງຈະແຈ້ງ ບົນພື້ນຖານລວມສູນປະຊາຊາທິປະໄຕ, ວຽກງານຖະແຫຼງຂ່າວ-ສື່ມວນຊົນ ຕ້ອງຫັນສູ່ທັນສະໄໝ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່, ວຽກງານຄຸ້ມຄອງວັດທະນະທຳ ໃຫ້ຫັນເຂົ້າສູ່ຄຸນນະພາບ ແລະ ຮັບປະກັນຄວາມຍືນຍົງ ໂດຍສະເພາະການສ້າງບ້ານ ແລະ ຄອບຄົວວັດທະນະທຳ ທີ່ມີຄຸນນະພາບ, ວຽກງານທ່ອງທ່ຽວ ຕ້ອງເອົາໃຈໃສ່ໃນການສ້າງແຜນແມ່ບົດໃຫ້ລະອຽດ ເພື່ອສ້າງໃຫ້ການທ່ອງທ່ຽວໃຫ້ເປັນແມ່ແຮງຊຸກດັນ ທາງດ້ານເສດຖະກິດຂອງຊາດ ກໍ່ຄືແຂວງບໍລິຄຳໄຊ.

ຫຼັງຈາກສຳເລັດກອງປະຊຸມ ທ່ານ ຄໍາແຫວນ ປັນຍານຸວົງ ຍັງໄດ້ລົງຢ້ຽມຢາມຫ້ອງສຳໝຸດຂອງແຂວງ ຢູ່ທີ່ອານຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ທີ່ກຳລັງຢູ່ໃນຂັ້ນຕອນການກະກຽມຈັດສະຖານທີ່, ແບ່ງລອ໋ກ ແລະ ຈັດປື້ມ ເພື່ອສ້າງຄວາມສະດວກໃຫ້ແກ່ຜູ້ທີ່ເຂົ້າມາໃຊ້ບໍລິການ.

About admins14